蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ເດັດ​ດ່ຽວ​ຄັດ​ຄ້ານ​​ການ​ຫັນ​ບັນ​ຫາການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ

2021-07-28 14:51:41 CRI

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຊີ ມູ​ນີ​ຣີດ ປະ​ທາ​ນ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ພົວ​ພັນ​ກຳ​ປູ​ເຈຍ-ຈີນ​ຂອງ​ກຳ​ປູ​ເຈຍ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ແມ່ນ​ບັນ​ຫາ​ວິ​ທະ​ຍາ​ສາດ​ທີ່​​ຂ້ຽວ​ຂາດ​ທີ່​ສຸດ, ຄວນ​ຍຶດ​ໝັ້ນ​ໃນຫຼັກ​ວິ​ທະ​ຍາ​ສາດ, ວິ​ຊາ​ການ ແລະ ພາ​ວະ​ວິ​ໄສ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ເ​ດັດ​ດ່ຽວ​ຄັດ​ຄ້ານ​ການ​ຫັນ​ບັນ​ຫາ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ, ​ຄວນສະ​ໜັບ​ສະ​ໜູນ ແລະ ​ເຮັດ​ໃຫ້ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເຄື່ອນ​ໄຫວ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ.

ໂດຍ​ແນ​ໃສ່​ແນວ​ຄວາມ​ຄິດ​ຂອງ​ແຜນ​ປະ​ຕິ​ບັດ​ງານ​ໃນ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໄລ​ຍະ 2 ທີ່ກອງ​ເລ​ຂາ​ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ເໜີ​ອອກ​ມາ, ທ່ານ​ຊີ ມູ​ນີ​ຣີດກ່າວ​ວ່າ: “ແຜນ​​ດັ່ງ​ກ່າວ​​ບໍ່​ສອດ​ຄ່ອງ​​ກັບ​ຂໍ້​ສະຫຼຸບ ແລະ ຂໍ້​ສະ​ເໜີ​ທີ່​ກ່ຽວ​ຂ້ອງ​ໃນ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ຮ່ວມ​ໃນ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ທີ່​ຈີນ​ແລະອົງ​ກາ​ນ​ອະ​ນາ​ໄມ​ໂລກ​ເຮັດ​ຮ່ວມ​ກັນ​ນັ້ນຢ່າງ​ໜັກ​ໜ່ວງ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ນີ້​​ແມ່ນ​ວິ​ທີ​ລົບ​ກວນ​ໃນທາງ​ການ​ເມືອງ​​ວິ​ທີ​ໜຶ່ງ ເຊິ່ງ​ບໍ່​ສອດ​ຄ່ອງ​ກັບຫຼັກ​ວິ​ທະ​ຍາ​ສາດ​ແລະ​​ການຮ່ວມ​ມື​ກັນ.”

ຄຳ​ເຫັນ

0