蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ນຳ​ພາ​ປະ​ຊາ​ຊົນ​ສອ​ງ​ຊາ​ດ​ລາວ-ຈີນ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສກວ່າ​ເກົ່າ

2021-07-29 15:51:34 CRI

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ມີ​ຂ່າວ​ດີ​ເລື້ອຍໆ.

ເດືອນ​ພຶດ​ສະ​ພາ​ປີ​ນີ້, ສະ​ຖາ​ນີ​ລົດ​ໄຟ​ກາ​ສີ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສຳ​ເລັດ​ການ​ຕົບ​ແຕ່ງ​ພາຍນອກ​ກ່ອນ​ໝູ່​ຢູ່​ຕາມ​ທາງ​ລົດ​ໄຟ​ຕອນ​ບໍ່​ເຕັນ​ຫາ​ນະ​ຄອນຫຼວງວຽງ​ຈັນ. ວັນ​ທີ 24 ມິ​ຖຸ​ນາ​ເດືອນ​ແລ້ວ​ນີ້, ຈີນ ແລະ ລາວ​ໄດ້​ສ້າງ​ຕັ້ງ​ສູນ​ການເຊື່ອມ​ຈອດ​​ທາງ​ລົດ​ໄຟ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ວັນ​ທີ 23 ກໍ​ລະ​ກົດ​ນີ້, ສະ​ຖາ​ນີ​ລົດ​ໄຟ​ໂພນ​ໂຮງຕາມ​ທາງ​ລົດ​ໄຟ​ລາວ​-ຈີນ​ໄດ້​ສຳ​ເລັດ​ການ​ຕົບ​ແຕ່ງ​​ພາ​ຍ​ໃນ​ແລະ​ພາຍນອກ​​ກ່ອນ​ໝູ່ໃນ 10 ສະ​ຖາ​ນີ​ລົດ​ໄຟ​ຕອນ​ຢູ່ພາຍ​ໃນ​ປະ​ເທດ​ລາວ. ວັນ​ທີ 24 ກໍ​ລະ​ກົດ​ນີ້, ສະ​ຖາ​ນີ​​ຈ່າຍໄຟ​ຟ້າ​ແຫ່ງ​ທຳ​ອິດ​ໃນ​ໂຄງ​ການ​ສະ​ໜອງ​ໄຟ​ຟ້າ​​ໃຫ້​ກັບ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ໃນ​ປະ​ເທດ​ລາວ​ໄດ້​​ສຳ​ເລັດ​ການ​ທົດ​ລອງສົ່ງ​ໄຟ​ຟ້າ​ແລ້ວ ເຊິ່ງ​ຈະ​​ເປັນ​ການ​ຮັບ​ປະ​ກັນ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ແກ່​ການ​ແລ່ນ​ລົດໄຟ​ລາວ-ຈີນ.

ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ​ສອນ​ໄຊ ສີ​ພັນ​ດອນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນ ແຫ່ງ ສ​ປ​ປ​ ລາວ​ໄດ້​ນຳ​ພາ​ຄະ​ນະ​ລົງ​ສຳ​ຫຼວດ​ກວດ​ເບິ່ງສະ​ຖາ​ນີ​ລົດ​ໄຟ​ກາ​ສີ​ ແລະ ສະ​ຖານ​ທີ່​ກໍ່​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ວັງ​ວຽງ. ​ໃນ​ໂອ​ກາດ​ນີ້, ທ່ານ​ກ່າວ​ວ່າ: ລັດ​ຖະ​ບານ​ລາວ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​​ແກ່​ໂຄງການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ເພື່ອ​ຮັບ​ປະ​ກັນ​ໃຫ້​ໂຄງ​ການ​ທີ່​ຍັງ​ຢູ່​ໃນ​ໄລ​ຍະ​ກໍ່​ສ້າງ​ນັ້ນ​ສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ.

ນັບ​ແຕ່​ເລີ່ມ​ລົງ​ມື​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນໃນ​ປີ 2016 ເປັນ​ຕົ້ນ​ມາ, ​ປະ​ຊາ​ຊົນ​ສອງ​ຊາດ​ລາວ ແລະ ຈີນ​ໄດ້​ຄອງ​ຄອຍ​ໃຫ້​ທາງ​ລົດ​ໄຟ​ລາວ-ຈີນ​ສ້າງ​ສຳ​ເລັດ ແລະ ​ເປີດ​ບໍ​ລິ​ການໂດຍ​ໄວ. ​ຜູ້​ຂຽນ​ເອງ​ກໍ​ຄອງ​ຄອຍ​ແລະ​ຄິດ​ວ່າ: ພາຍຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​ສ້າງ​ສຳ​ເລັດ​ແລ້ວ, ​ຈະ​ຂີ່​ລົດ​ໄຟ​ຈາກ​ຈີນ​ໄປ​​ນະ​ຄອນຫຼວງວຽງ​ຈັນ​ໄດ້​ຢ່າງ​ສະ​ດວກ​ສະ​ບາຍ, ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ຮີດ​ຄອງ​ປະ​ເພ​ນີອັນ​ດີ​ງາມຂອງ​ປະ​ເທ​ດ​ລາວ. ປັດ​ຈຸ​ບັນ, ຄຽງ​ຄູ່​ກັບ​ການ​ກໍ່​ສ້າງ​ໂຄງ​ການ​ຕ່າງໆ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​​ສຸດ​ທ້າຍ​ຂອງ​ການ​ກໍ່​ສ້າງ, ກໍ​ຍິ່ງ​ມີ​ຄວາມ​ຕື່ນ​ເຕັ້ນ ແລະ ຢາກ​ໃຫ້​ສ້າງ​ສຳ​ເລັດ​ໂດຍ​ໄວ.

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ບັນ​ຈຸ​ຄວາມ​ໃຝ່​ຝັນ​ທີ່​ດີ​ງາມ​ຂອງ​ສອງ​ຊາດ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊິ່ງຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ອຸດ​ສາ​ຫະ​ກຳ​ຂອງ​ພາກ​ພື້ນ ເຊິ່ງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ອັນຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ​ໃນຫຼາຍ​ມື້​ກ່ອນ, ສະ​ມາ​ຄົມ​ໝາກ​ຖົ່ວ​ລຽນ​ໄທ​ໄດ້​ສະ​ເໜີ​ຕໍ່​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ໄທວ່າ: ຈະ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​​ເປີດ​ບໍ​ລິ​ການ​ແລ້ວ, ຈະ​ນຳ​ໃຊ້​ເສັ້ນ​ທາງ​ສາຍ​ນີ້​ຂົນ​ສົ່ງ​ໝາກ​ຖົ່ວ​ລຽນ​ໄທ​ເຂົ້າ​ຈີນ​ເປັນ​ການ​ສະ​ເພາະ ເພື່ອ​ແກ້​ໄຂ​ບັນ​ຫາ​​ການສົ່ງ​ອອກ​ໝາກ​ຖົ່ວ​ລຽນ​ໄທ​ສູ່​ປະ​ເທດ​ຈີນ ທີ່​ຖື​ວ່າ​ເປັນ​ຕະຫຼາດ​ໝາກ​ຖົ່ວ​ລຽນ​ທີ່​ໃຫຍ່​ທີ່​ສຸດ. ສະ​ນັ້ນ, ທາງ​ລົດ​ໄຟ​ລາວ-ຈີນ​ຈິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ທີ່​ສຸດ.

ທາງ​ລົດ​ໄຟ​ລາວ-ຈີນ​ຈະ​ເປີດ​ນຳ​ໃຊ້​ແລ້ວໃນ​ໄວໆ​ນີ້, ​ຂ້າ​ພະ​ເຈົ້າ​ກຽມ​ພ້ອມ​ທຸກ​ເວ​ລາ​ທີ່​ຈະ​ໄປ​ຂີ່​ລົດ​ໄຟ​ສາຍ​ນີ້, ເພາະ​ຄິດ​ວ່າ: ເສັ້ນ​ທາງ​ນີ້​ຈະ​ນຳ​ພາ​ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ​ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ, ທ່ານ​​ເດກຽມ​ພ້ອມ​ຈະ​ໄປ​ຂີ້​ລົດ​ໄຟລາວ-ຈີນ ເຊິ່ງ​ແມ່ນ​ທາງ​ລົດ​ໄຟ​ສາຍ​ມິດ​ຕະ​ພາບ​ແລ້ວ​ບໍ?

ຄຳ​ເຫັນ

0