黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ສຳ​ມະ​ນາເພື່ອ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນຄົບ​ຮອບ 30 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

2021-07-29 16:02:49 cri

ວັນ​ທີ 28 ກໍ​ລະ​ກົດ​ນີ້, ງານ​ສຳ​ມະ​ນາ​ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ຄູ່​ເຈ​ລະ​ຈາ​​ຈີນ-ອາ​ຊຽນຄົບ​ຮອບ 30 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ.

ຜູ້​ຕາງ​ໜ້າ​ສອງ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ: ນັບ​ແຕ່​ຈີນ​ແລະ​ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເມື່ອ​ປີ 1991 ເປັນ​ຕົ້ນ​ມາ​ກໍ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ, ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ມີ​ເນື້ອ​ໃນ​ສົມ​ບູນ​ທີ່​ສຸດ​ແລະ​​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ມີ​ຊີ​ວິດ​ຊີ​ວາທີ່​ສຸດ. ໃນ​ອະ​ນາ​ຄົດ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ບັນ​ຫາ​ສິ່ງ​ແວດ​ລ້ອມ, ການ​​ຄຸ້ມ​ຄອງໄພ​ພິ​ບັດ​ແລະ​ຂົງ​ເຂດ​ອື່ນໆ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່າ​ລິມ​ຈົກ​ຮຸຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ໄລ​ຍະ 30 ປີ​ຜ່ານ​ມາ. ທ່ານ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ແມ່ນ​ຄູ່​ການ​ຄ້າ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ອາຊຽນ​ທັງ​ເປັນ​ໜຶ່ງ​ໃນ​ປະ​ເທດ​​ທີ່​ແມ່ນແຫຼ່ງ​ລົງ​ທຶນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ອາ​ຊຽນ, ຈີນ​​ໄດ້ອອກ​ແຮງ​​ສະ​ໜັບ​ສະ​ໜູນ​ປະ​ເທດ​ອາ​ຊຽນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລວມ​ທັງໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​​ແກ່​ປະ​ເທດ​ອາ​ຊຽນ​ແລະ​ອື່ນໆ. ໃນ​ໄລ​ຍະ​ຕໍ່​ໜ້າ, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ປະ​ດິດ​ສ້າງໃໝ່, ເຕັກ​ນິກ, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ເຊື່ອ​ມ​ຈອດ​ກັນ, ເຄືອ​ຂ່າຍ​ຕົວ​ເມືອງອັດ​ສະ​ລິຍະ, ພະ​ລັງ​ງານ​ທີ່​​ໃໝ່​ແລະ​ຂົງ​ເຂດ​ອື່ນໆ, ​ເຊິ່ງ​ຈະເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ.

ຄຳ​ເຫັນ

0