蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽ​ນ​ຄັ້ງ​ທີ 18 ຈະ​ຈັດ​ຂຶ້ນ​ຢູ່​ເຂດກວາງ​ຊີ​ຈີນ

2021-07-30 14:44:14 CRI

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 29 ກໍ​ລະ​ກົດ​ນີ້​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽ​ນ​ຄັ້ງ​ທີ 18 ແລະ​ ກອງ​ປະ​ຊຸ​ມ​ສຸດຍອດ​ວ່າ​ດ້ວຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ ແຕ່​ວັນ​ທີ 10 ຫາ 13 ກັນ​ຍາ​​ປີນີ້. ຫົວ​ຂໍ້ກອງ​ປະ​ຊຸມ​ປີ​ນີ້​ແມ່ນ “ຊົມ​ໃຊ້​ໂອ​ກາດ​ໃໝ່​ຊ່ອງ​ທາງ​ໃໝ່​ທາງ​ບົກ ແລະ ທາງ​ທະ​ເລ, ຮ່ວມ​ກັນ​ສ້າງຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ”, ສືບ​ຕໍ່​ຈັດ​ງານໃນ​ຮູບ​ແບບ​ທາງ​ອອນ​ລາຍ ແລະ ອອ​ຟ​ລາຍ ແລະ ເນັ້ນ​ໃສ່​ເອ​ກະ​ລັກ​ພິ​ເສດ​ໃໝ່.

ປີ​ນີ້​ແມ່ນ​ປີສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ. 30 ປີ​ມາ​ນີ້, ຂະ​ໜາດ​ການ​ຄ້າ​ລະ​ຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ເປີດກວ້າງ​ອອກ 85 ເທົ່າ.

ທ່ານ​ຈ່າງ​ຊ້າວ​ກ່າງ ຮອງ​ປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຄ້າ​ຈີນ​ກ່າວ​ວ່າ: ໃນ​ຈຸດ​ເວ​ລາ​ທີ່​ສຳ​ຄັນ​ແບບ​ນີ້, ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ໃຫ້​ດີ, ຈະ​ມີ​ບົດ​ບາດ​​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້ການ​ເພີ່ມ​ທະ​ວີ ແລະ ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕົວ​ຈິງຂອງ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ແລະ​ອາ​ຊຽນ​ຕື່ມ​ອີກ ​ທັງ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.

ຄຳ​ເຫັນ

0