尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ກ່າວ​ວ່າ: ຂົວ​ເອ​ສ​ເຕ​ຣ​ລາ-ປານ​ເຕ​ເລ​ໂອນ​ທີ່​ຈີນ​ຊ່ວຍ​ສ້າງ​ຈະ​ເປັນ​ການ​ປັບ​ປຸງ​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ

2021-07-30 10:35:18 cri

      ວັນ​ທີ 29 ກໍ​ລະ​ກົດ​ນີ້, ພິ​ທີ​ເປີດ​ບໍ​ລິ​ການ​ຂົວ​ຂ້າມ​ແມ່​ນ້ຳ​ເອ​ສ​ເຕ​ຣ​ລາ-ປານ​ຕາ​ເລ​ໂອນຂອງ​ໂຄງ​ການ​ຂົວ​​ທາງທີ່​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ຟີ​ລິບ​ປິນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ.
 

     ​ໃນ​ພິ​ທີ,ທ່ານ ໂຣ​ດ​ຣີໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນໄດ້​​ກ່າວຂອບ​ໃຈ​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ປະ​ເທດ​ຕົນ​ແບບ​ບໍ່​ເຫັນ​ແກ່​ຕົວ,ແລະ​ເຫັນ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ຈະ​ເປັນ​ການ​ປັບ​ປຸງ​ການ​ພົວ​ພັນ​ໄມ​ຕີ​ຈິດມິດ​ຕະ​ພາບ​ລະ​ຫວ່າງ​ຟີ​ລິບ​ປິນ-ຈີນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ. ທ່ານ ດູ​ເຕີ​ເຕ ກ່າວ​ວ່າ: ຂົວ​ແຫ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​ຜ່ອນ​ຄາຍ​ສະ​ພາບ​ແອ​ອັດ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​​ມາ​ນີ​ລາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ຜູ້​ໂດຍ​ສານແລະ​ການ​ຈໍ​ລະ​ຈອນ​ວັດ​ຖຸ​ສິນ​ຄ້າ,ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຟີ​ລິບ​ປິນ​ຄືນ​ໃໝ່.
 

      ທ່ານ ຫວງ​ຊີ່​ຫຼຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ກ່າວ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​​ກັບຟີ​ລິບ​ປິນ​ໄດ້​ຮັບ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ,ເຊິ່ງກວມ​ເຖິງ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ຄວາມ​ປອດ​ໄພ,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ຂົງ​ເຂດ​ອື່ນໆ.ການ​​ເປີດ​ບໍ​ລິ​ການຂອງ​ຂົວ​ແຫ່ງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຂອງ​ສອງ​ປະ​ເທດ​ຈາກ​ການ​ວາງ​ແຜນ​ກໍ່​ສ້າງສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ.

ຄຳ​ເຫັນ

0