刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທີ່​ປຶກ​ສາ​ຝ່າຍ​ປ້ອງ​ກັນ​ປະ​ເທດຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ເຜີຍ​ແຜ່ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ​ຮ້ອຍ​ປີ​ຢູ່​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ​ໄກ​ສອ​ນ​ພົມ​ວິ​ຫານ

2021-07-31 17:41:54 cri

 

ວັນ​ທີ 29 ກໍ​ລະ​ກົດ​ນີ້, ທ່ານ​ພັນ​ເອກ​ພິ​ເສດ​ລີ​ປິ່ງ ທີ່​ປຶ​ກ​ສາ​ຝ່າຍ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ໄປ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ​ໄກ​ສອນ ພົມ​ວິ​ຫານ ​ສະ​ຖາ​ບັນ​ການ​ສຶກ​ສາ​​ລະ​ດັບ​ສູງ​ສຸດ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ​ຕາມ​ຄຳ​ເຊີນ ເພື່ອເຜີຍ​ແຜ່ເນື້ອ​ໃຈ​ຈິດ​ໃຈ​ທີ່​ສຳ​ຄັນໃນ​ຄຳ​ໄສ​ຂອງ​ທ່ານ​​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ກ່າວ​ໃນ​ວັນ​ທີ 1 ກໍ​ລະ​ກົດ​ນີ້ ​ເຊິ່ງ​ເປັນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ ແລະ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ໂດຍ​ມີຫົວ​ໜ້າ​ການ​ເມືອງ, ​ຫົວ​ໜ້າ​ການ​ທະ​ຫານ​ວິ​ທະ​ຍາ​ຄານປ້ອງ​ກັນ​​ຊາດ​ໄກ​ສອນ​ ພົມ​ວິ​ຫານ ແລະຜູ້​ຊ່ຽວ​ຊານກອງ​ທັບ​ຈີນ​ຊ່ວຍ​ເຫຼືອ​ລາວພ້ອມ​ດ້ວຍ​ນາຍ​ແລະ​ພົນ​ທະ​ຫານ​ຂອງ​​ວິ​ທະ​ຍາ​ຄານ​ດັ່ງ​ກ່າວ​ໄດ້​ເຂົ້າ​ຮ່ວມ.

ຜູ້​ຮ່ວມ​ປະ​ຊຸມ​ໄດ້​ກ່າວ​ວ່າ: ​​ທ່ານ​ພັນ​ເອກພິ​ເສດ​ລີ​​ປິ່ງໄດ້​ແນ​ນຳ​ເນື້ອ​ໃນ​ທີ່​ຮອບ​ດ້ານ​ແລະ​ມີ​ຄວາມ​ອຸ​ດົມ​ສົມ​ບຸນ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮັບ​ຮູ້​ທາດ​ແທ້​ຂອງ​​ເນື້ອ​ໃນຈິດ​ໃຈ​ສຳ​ຄັນ​ຂອງ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ຄວາມ​ໝາຍ​ພື້ນ​ຖານ​ຂອງ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຢ່າງ​ຖືກ​ຕ້ອງ ແລະ​ລົງ​ເລິກ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງກອງ​ທັບ​ລາວ-ຈີນ.

ຄຳ​ເຫັນ

0