覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ໄທ​ຄາດວ່າ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ຈະເຖິງ​ຈຸດ​ສູງ​ສຸດ​ໃນ​ເດືອນ​ຕຸ​ລາ​ປີ​ນີ້

2021-07-31 17:47:26 cri

ກະ​ຊວງ​ສາ​ທາ​ລ​ະ​ນະ​ສຸກ​ໄທ​ຄາດວ່າ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19ຈະເຖິງ​ຈຸດ​ສູງ​ສຸດ​ໃນ​ເດືອນ​ຕຸ​ລາ​ປີ​ນີ້_fororder_微信图片_20210731174638
 

ວັນ​ທີ 30 ກໍ​ລະ​ກົດ​ນີ້, ທ່ານ ໂອພາດ ການກະວີນພົງ ຫົວ​ໜ້າກົມ​ຄວບ​ຄຸມ​​ໂລກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທຢືນ​ຢັນ​ວ່າ: ມາດ​ຕະ​ການ​ປິດ​ເມືອງ​ທີ່​ລັດ​ຖະ​ບານ​ປະ​ຕິ​ບັດ​ຢູ່​ບາງ​ເຂດ​ແຄວ້ນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ໃນ​ລະ​ດັບ​ອັນ​ແນ່ນອນ ທັງ​ເນັ້ນ​ໜັກ​ວ່າ ປະ​ສິດ​ທິ​ຜົນ​ຂອງ​ມາດ​ຕະ​ການ​ປິດ​ເມືອງ​ແມ່ນ​ຂຶ້ນ​​ຢູ່​ກັບການ​ສະ​ໜັບ​ສະ​ໜູນ​ຈາກປະ​ຊາ​ຊົນ​ທັງຫຼາຍ.
 

ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ, ທ່ານ​ ໂອພາດຢືນ​ຢັນ​ວ່າ: ກະ​ຊວ​ງ​ສາ​ທາ​ລະ​ນະ​ສຸກ​ໄດ້​ໝູນ​ໃຊ້​ເຕັກ​ນິກການ​ສ້າງ​ແບບ​ຈຳ​ລອງທາງ​ຄະ​ນິດ​ສາດ  ເຂົ້າ​ໃນ​ການ​ຄາດ​ຄະ​ເນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ພາຍ​ໃນ 3 ຫາ 4 ເດືອນ​ຕໍ່​ໜ້າ.  ຜົນ​ການ​ຄາດ​ຄະ​ເນ​ສະ​ແດງ​ໃຫ້​ເຫັ​ນ​ວ່າ: ຖ້າ​ຫາກ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ​ຕໍ່​ໄປ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່​​ຕໍ່​ມື້​ຈະຫຼຸດ​ລົງ 20% ຫາ 25% ຄື ແຕ່​ລະ​ມື້​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ​ໃໝ່ປະ​ມານ 30000 ຄົນ,  ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້​ມີປະ​ມານ 400 ຄົນ, ຄາດ​ວ່າ ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ພະ​ຍາດ​ຈະ​ເຖິງ​ຈຸດ​ສູງ​ສຸດ​ໃນ​ເດືອນ​ຕຸ​ລາ​ປີ​ນີ້, ຖ້າ​ວ່າ​ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ນັ້ນ ຍັງ​​​ຈະເລັ່ງ​ການກວດ​ຫາ​ເຊື້ອ​ແລະ​ສັກ​ວັກ​ຊີນ,  ກໍ​ຈະ​ສາ​ມາດ​ຄວບ​ຄຸມ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈາກ​ພະ​ຍາດ​ເພີ່​ມ​ໃໝ່​ຕໍ່​ມື້​ໃຫ້​ຢູ່​ໃນ​ລະ​ດັບຕ່ຳ​ກວ່າ 200 ຄົນ​.
 

  ທ່ານ ໂອພາດ ​ຢືນ​ຢັນ​ວ່າ: ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເຖິງຖອງ ບວກ​ກັບປວງ​ຊົນ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ລັດ​ຖະ​ບານ​ວາງ​ອອກ, ຈິ່ງ​ຈະ​ສາ​ມາດ​ໄດ້​ຮັບປະ​ສິດ​ທິ​ຜົນ​ຕົວ​ຈິງ​ທີ່​ດີກວ່າ​ຜົນ​ການ​ຄາດ​ຄະ​ເນ​ໄວ້.

ຄຳ​ເຫັນ

0