吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ອະ​ນຸ​ທິນ​ຮອງ​ນາ​ຍົກ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ, ວັກ​ຊິນ​ຈີນ​ເປັນ​ພາກ​ສ່ວນ​ຕົ້ນ​ຕໍໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ໄທ

2021-08-01 15:34:34 ​CRI

ທ່ານ​ອະ​ນຸ​ທິນ​ຮອງ​ນາ​ຍົກ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ, ວັກ​ຊິນ​ຈີນ​ເປັນ​ພາກ​ສ່ວນ​ຕົ້ນ​ຕໍໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ໄທ_fororder_1127717846_16277754353891n

 

   “ປັດ​ຈຸ​ບັນ,ໄທ​ໄດ້​ສຳ​ເລັດ​ການ​ສັກ​ວັກ​ຊິນ​ຈຳ​ນວນ 18 ລ້ານ​ຫຼອດ​ແລ້ວ, ວັກ​ຊິນ​ທີ່​ຈີນ​ຜະ​ລິດ​​ເປັນ​ພາກ​ສ່ວນ​ຕົ້ນ​ຕໍ​​ໃນ​ການ​ສັກ​ວັກ​ຊິນ​ໃຫ້​ປະ​ຊາ​ຊົນ​ໄທ.” ຫວ່າງ​​ກ່ອນ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ຂ່າວ​ສານ​ຊິນ​ຮ​ວາ​ຈີນ, ທ່ານ​ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ, ວັກ​ຊິນ​​ຈີນໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ໄທ.


    ອີງ​ຕາມ​ຂໍ້​ມູນ​ຈາກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ, ນັບ​ແຕ່​ວັກ​ຊິນໂຄວິດ-19 ຂອງ​ບໍ​ລິ​ສັດ SINOVAC ​​ຈີນ​ງວດ​ທຳ​ອິດ​ທີ່​ໄທ​ຈອງ​​ຊື້​ນຳ​ຈີນໄດ້​ຖືກ​ຂົນ​ສົ່ງ​ໄປ​ຮອດ​ໄທ​ໃນວັນ​ທີ 24 ກຸ​ມ​ພາ​ປີ​​ນີ້​ເປັນ​ຕົ້ນ​ມາ, ຈີນ​ໄດ້​ສົ່ງ​ວັກ​ຊິນ​ທັງ​ໝົດ 19 ງວດ​ໄປ​​ຮອດໄທ​ແລ້ວ, ນັບ​ລ​ວມ​ແລ້ວ​ມີ 19 ລ້ານ 5 ແສນຫຼ​ອດ.


     ທ່ານ​ອະ​ນຸ​ທິນ​ກ່າວ​ວ່າ, ຫຼາຍ​ປະ​ເທດ ເຊິ່ງ​ລວມ​ທັງ​ປະ​ເທດ​ໄທ​ພວມ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໄວ​ຣັດ​ໂຄວິດ-19​ເດວ​ຕາ​ທີ່​ກາຍ​ພັນ, ນີ້​ກໍ່​ແມ່ນ​ໄວ​ຣັດ​ໂຄວິດ-19 ​ຕົ້ນ​ຕໍ​ທີ່​​ກຳ​ລັງແຜ່​ລະ​ບາດ​ຢູ່​ໄທ. ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຕ້ອງ​ການ​ການ​ຮ່ວມ​ມື​ສາ​ກົນ, ປະ​ເທດ​ໄທ ແລະ ປະ​ເທດ​ຈີນ​ຍ່ອມ​ຈະ​ສາ​ມາດ​ສືບ​ຕໍ່ດຳ​ເນີນ​ການ​ຮ່ວມ​ມື​ທີ່​ດີ​ງາມ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ເຮັດ​ໃຫ້​ການ​ພົວ​ພັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບສືບ​ທອດ​ກັນ​ຕະ​ຫຼອດ​ໄປ.

ຄຳ​ເຫັນ

0