徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ​ອາ​ທິດທີ່​ຜ່ານ​ມາ​ອັດ​ຕາ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ຢູ່​ມຽນ​ມາ​ເພີ່ມ​ຂຶ້ນເປັນ​ອັນ​ດັບ​ສູງ​ສຸດ​ຂອງ​ອາ​ຊີ​ອາ​ຄະ​ເນ

2021-08-01 16:28:37 cri

ຕາມ​ຂ່າວCRI:ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະ​ກິລາ​ມຽນ​ມາ​ໄດ້​ແຈ້ງ​ຂ່າວ​ວ່າ, ໃນ​ທັງ​ໝົດ 13,799 ​ຕົວ​ຢ່າງທີ່​ໄດ້​ຮັບ​ການກວດ​ຫາ​ເຊື້ອ​ໃນ​ມື້​ດຽວ​ກັນ, ໄດ້​ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 4725 ກໍ​ລະ​ນີ, ມີ​ອັດ​ຕາ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ສູງ​ເຖິງ 34%, ​ໄດ້​ມີ​ຜູ້​ຕິດ​ເຊື້​ອ​ພະຍາດ​ໂຄວິດ-19 ທັງ​ໝົດ 299,185 ກໍ​ລະ​ນີ; ໃນ​ມື້​ດຽວ​ກັນ​ໄດ້​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ 392 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດທັງ​ໝົດ 9,334 ​ກໍ​ລະ​ນີ, ​ອັດ​ຕາ​ການ​ເສຍ​ຊີ​ວິດເປັນ 8,2% ໃນ​ວັນ​ທີ 31 ກໍ​ລະ​ນີ​ແລ້ວ​ນີ້.

 

ໃນ​ອາ​ທິດ​ຜ່ານ​ມາ​ນີ້, ອັດ​ຕາ​ການ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິ​ດ-19 ຢູ່​ມຽນ​ມ​າ​ໄດ້​ສງກວ່າ​ອິນ​ໂດ​ເນ​ເຊຍ​ແລະ​ມາ​ເຣ​ເຊຍ, ກາຍ​ເປັນ​ເຂດ​ທີ່​ມີ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ອາ​ຊີ​ອາ​ຄະ​ເນ.

 

ເພື່ອ​ຄວບ​ຄຸມ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂດຍ​ໄວ, ​ພາກ​ສ່ວນ​​ສາ​ທາ​ລະ​ນະ​ສຸກ​ມຽນ​ມາ​ໄດ້​ກຳ​ນົດ​ແຜນ​​ການ​ແບ່ງ​ປັນ​ວັກ​ຊີນ​ຕ້ານໂຄວິດ-19. ພາຍ​ຫຼັງ​ວັກ​ຊີນໄດ້​ຖືກ​ຂົນ​ສົ່ງໄປ​ຮອດ​ແຫ່ງ​ຕ່າງໆ​ແລ້ວ, ຈະ​ເລີ່ມ​ດຳ​ເນີນ​ການ​ສັກ​ວັກ​ຊີນ​ໂດຍ​ໄວ.

ຄຳ​ເຫັນ

0