吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ໄທຂະຫຍາຍຂອບ​ເຂດ​ການຄວບ​ຄຸມພະຍາດ​ໂຄ​ວິດ-19 ​ໃນລະດັບສູງ​ສຸດ ​ແລະ​ແກ່ຍາວ​ເວລາ​ປິດ​ເມືອງ

2021-08-02 16:59:47 cri

ວັນ​ທີ 1 ສິງຫາ​ນີ້, ສູນບໍລິຫານ​ສະຖານະ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຂອງ​ລັດຖະບານ​ໄທ​ໄດ້​ເປີດ​ເຜີຍ​ວ່າ: ​ເພື່ອ​ຂະ​ຫຍາຍຂອບ​ເຂດ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະຍາດ​ໂຄ​ວິດ-19 ​ໃນລະດັບ​ສູງ​ສຸດ, ​ໄດ້​ເພີ່ມ​ເຂດ​ຄວບ​ຄຸມພະ​ຍາດ​ສີ​ແດງ​ເຂັ້ມ​ຈາກ 13 ​ແຂວງ​ລວມທັງ​ນະຄອນຫຼວງ​ບາງກອກ​ເປັນ 29 ​ແຂວງ, ຂອບ​ເຂດ​ກາ​ນຄວບ​ຄຸມ​ພະຍາດ​ລະດັບ​ສີ​ແດງ​ຫຼຸດ​ລົງ​ຈາກ 53 ​ແຂວງ​ຍັງ​ເຫຼືອ 37 ​ແຂວງ, ຂອບ​ເຂດ​ການຄວບ​ຄຸມລະດັບ​ສີ​​ແສດເພີ່ມຂຶ້ນ​ຈາກ 10 ​ແຂວງ​ເຖິງ 11 ​ແຂວງ.

ນອກ​ນີ້, ນັບ​ແຕ່​ວັນ​ທີ 3 ສິງຫາ​ນີ້​ເປັນ​ຕົ້ນ​ໄປ,​ ຂອບ​ເຂດ​ການ​ຄວບຄຸມ​ພະຍາດ​ລະດັບ​ສູງ​ສຸດ ຄື​ເຂດ​ສີ​ແດງ​ເຂັ້ມ ຈະ​​ແກ່ຍາວ​ເວລາ​ປິດ​ເມືອງອອກ​ໄປ​ອີກ 14 ມື້, ​ແລະ​ຈະ​ປັບປຸງ​ຕາມມາດ​ຕະການ​ຕ້ານ​ກັບ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ, ຖ້າ​ມີ​ຄວາມ​ຈຳ​ເປັນ​ຈະ​ສືບ​ຕໍ່​ແກ່ຍາວ​ເວລາ​ອອກ​ໄປ​ຈົນເຖິງວັນ​ທີ 31 ສິງຫາ​ນີ້.

ຄຳ​ເຫັນ

0