ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 1 ສິງຫານີ້, ທ່ານມິງອອງລາຍ ປະທານຄະນະກຳມະການບໍລິຫານປະເທດມຽນມາໄດ້ກ່າວຄຳປາໄສກ່ຽວກັບການບໍລິຫານປະເທດຄົບຮອບເຄິ່ງປີຜ່ານທາງໂທລະພາບວ່າ: ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວໄປຊຸດໃໝ່ຈະສຳເລັດໃນເດືອນສິງຫາປີ 2023, ໃນທ້າຍປີນັ້ນຈະຈັດການເລືອກຕັ້ງຢ່າງມີປະຊາທິປະໄຕເຊິ່ງຈະມີຫຼາຍພັກການເມືອງເຂົ້າຮ່ວມເລືອກຕັ້ງ.
ເຈົ້າໜ້າທີ່ກອງທັບມຽນມາໄດ້ປະກາດພາວະສຸກເສີນໃນວັນທີ 1 ກຸມພາປີນີ້ ເຊິ່ງມາຮອດປັດຈຸບັນນີ້ກໍເປັນເວລາເຄິ່ງປີແລ້ວ. ທ່ານມິງອອງລາຍກ່າວໃນວັນທີ 1 ສິງຫານີ້ວ່າ: ອີງຕາມກົດໝາຍ, ພາວະສຸກເສີນສາມາດເລື່ອນເວລາອອກໄປໃຫ້ເປັນສອງປີໄດ້. ນອກນີ້, ວຽກງານການກະກຽມໃຫ້ແກ່ການເລືອກຕັ້ງຕ້ອງໃຊ້ເວລາ 6 ເດືອນ, ດັ່ງນັ້ນ, ວຽກງານກະກຽມຕ່າງໆໃຫ້ແກ່ການເລືອກຕັ້ງຊຸດໃໝ່ຈະສຳເລັດໃນເດືອນສິງຫາປີ 2023.
ຄຳເຫັນ
0