覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ແກ່​ຍາວ​ເວ​ລາ​ຂອງ​ຄຳ​ສັ່ງ​ສຸກ​ເສີນ​ກ່ຽວ​ກັບພະ​ຍາດ​ໂຄວິດ-19​ອອກ​ໄປ​ອີກ

2021-08-03 11:51:02 cri

ຕອນ​ຄ່ຳ​ວັນ​ທີ 2 ສິງ​ຫາ​ນີ້, ທ່ານ​ໂຈ​ໂຄ ວິ​ໂດ​ໂດ ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ຖະ​ແຫຼງ​ຜ່ານ​ທາງ​ເວັບ​ໄຊ​ໂດຍ​ຢືນ​ຢັນ​ວ່າ: ​ໃນ​ອາ​ທິດ​ທີ່​ຜ່ານ​ມາ, ຄຳ​ສັ່ງ​​ສຸກ​ເສີນ​ກ່ຽວ​ກັບ​ການຈຳ​ກັດການ​ເຄື່ອນ​ໄຫວ​ທາງ​ສັງ​ຄົມ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19​ໄດ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​, ເຖິງ​ຈະ​ເປັນ​ແນວ​ນັ້ນ​ກໍ​ຕາມ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ຍັງ​​ສືບ​ຕໍ່​ມີ​ສະ​ຕິ​ລະ​ວັງ​ຕົວ ໂດຍ​ຕົກ​ລົງ​ຈະ​ສືບ​ຕໍ່​ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວຢູ່ຫຼາຍ​ເຂດ​ແຄວ້ນ​ອອກ​ໄປ​​ຈົນເຖິງວັນ​ທີ 9 ສິງ​ຫາ​ນີ້. 

ຄຳ​ເຫັນ

0