吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມາ​ມີ​ຜູ້​ເສຍ​ຊີວິດ​ຍ້ອນພະຍາດ​ໂຄ​ວິດ-19 ທັງ​ໝົດກາຍ 10000 ​ຄົນ

2021-08-03 15:27:21 cri

​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 2 ສິງຫາ​ນີ້, ກະຊວງ​ສາທາລະນະ​ສຸກ​ມຽນມາ​ໄດ້​​ແຈ້ວ​ຂ່າວວ່າ: ​ໃນ​ມື້​ດຽວ​ກັນ ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ໃໝ່ 3689 ຄົນ, ລວມທັງ​ໝົດ​ແມ່ນ 3 ​ແສນ​ກວ່າ​ຄົນ; ມີ​ຜູ້​ເສຍ​ຊີວິດ​ເພີ່​ມ​ໃໝ່ 330 ຄົນ, ລວມທັງ​ໝົດ​ແມ່ນ 10061 ຄົນ.

​ຫຼັງ​ຈາກຢູ່ມຽນມາ​ໄດ້​ເກີດ​ມີ​ການ​ແຜ່​​ລະບາດຂອງ​ພະຍາ​ດ​ໂຄ​ວິດ-19 ຮອບ​ທີ 3 ​ເປັນ​ເວລາ​ຫຼາຍ​ກວ່າ 2 ​ເດືອນ​ມາ​ນີ້, ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ເພີ່ມ​ໃໝ່​ຫຼາຍກວ່າ​ຈຳນວນ​ຜູ້​ຕິດ​ເຊື້ອ​ທັງ​ໝົດ​ໃນ 1 ປີກວ່າ​ຜ່ານ​ມາ; ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ໃໝ່​ຈຳນວນ 2 ​ເທົ່າ​ຂອງ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ໃນ​ 1 ປີກວ່າຜ່ານມາ.

ປັດ​ຈຸ​ບັນ​ນີ້, ກະຊວງ​ສາທາ​ລະ​ນະສຸກ​ມຽນມາ​ພວມ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ດ້ວຍ​ຫຼາຍ​ວິທີ ​ເຊັ່ນ: ​ເພີ່ມ​ທະວີ​ການ​ສະໜອງ​ອຸປະກອນ​ປ້ອງ​ກັນ​ພະຍາດ, ​ເລັ່ງ​ສັກ​ວັກ​ຊີ​ນ ​ແລະ​ອື່ນໆ.

 

ຄຳ​ເຫັນ

0