覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ

2021-08-04 10:28:35 cri

ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນຫຼື 10+1 ຜ່ານ​ທາງວິ​ດີ​ໂອ,  ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.
 

 ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​​ທີ່​ຈັດ​ຂຶ້ນໃນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ຄືບ​ໜ້າອັນ​ໃໝ່​ທີ່​ສຳ​ຄັນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ໃນ 4 ດ້ານ​ຄື: ໜຶ່ງ​ແມ່ນ​ຄວາມ​ສາ​ມັກ​ຄີ​ກັນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ສອງ​ແມ່ນການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໄດ້​ຮັບ​ໝາກ​ຜົນ​ທີ່​ໜ້າ​ຊົມ​ເຊີຍ, ສາມ​ແມ່ນ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ໜັກ​ແໜ້ນ, ສີ່​ແມ່ນ ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ແຫ່ງ​ການ​ປະ​ພຶດໃນ​ທະ​ເລ​ຈີນ​ໃຕ້​ສາ​ມາດຮັກ​ສາ​ທ່ວງ​ທ່າ​​​ທີ່​ດີຕໍ່​ໄປ​.
 

 ທ່ານ​ຫວາງ​ຢີ້​ຢືນ​ຢັນ​ວ່າ, ປີ​ນີ້​ເປັນ​ປີ​ທີ່​ຈີນ​ແລະ​ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັ​ນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ 30 ປີ. ຈີນ​ຍິນ​ດີແຈ້ງ​ຂໍ້​ມູນ​ຂ່າວ​ສານ​ ​ອັນ​ຈະ​ແຈ້ງ ໃນ 4 ຂໍ້​ຄື: ​ໜຶ່ງ​ແມ່ນ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ, ສອງ​ແມ່ນ​ອອກ​ແຮງ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ສາມ​ແມ່ນ​ປັບ​ປຸງ​ຂອບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ໝັ້ນ​ຄົງ, ສີ່​ແມ່ນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.
 

 ບັນ​ດາ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ອາ​ຊຽນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ໂດຍ​ຢືນ​ຢັນ​ວ່າ ບັນ​ດາ​ປະ​ເທດ​ອາ​ຊຽນ​ຍິນ​ດີ​​ສືບ​ຕໍ່​ຮ່ວມ​ກັນ​ກັບ​ຈີນ​ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື, ຊຸກ​ຍູ້​ຂະ​ບວນ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ທະ​ເລ​ຈີນ​ໃຕ້.

ຄຳ​ເຫັນ

0