吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະໜອງ​ວັກ​ຊີ​ນຫຼາຍ​ກວ່າ 190 ລ້ານ​ເຂັມ​ໃຫ້​ແກ່ 10 ປະ​ເທດ​ອາຊຽນ

2021-08-04 11:18:09 cri

ວັນ​ທີ 3 ສິງຫາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ​, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນ ​ແລະ​ກ່າວ​ວ່າ: ຈີນ​ຖື​ອາ​ຊຽນ​ເປັນ​ຄູ່​ຮ່ວມ​ຕ້ານພະຍາດ​ໂຄ​ວິດ-19 ທີ່ສຳຄັນ​ທີ່​ສຸດ, ມາ​ເຖິງ​ປັດຈຸບັນ ຈີນ​ໄດ້​ສະໜອງ​ວັກ​ຊີ​ນ​ໂຄ​ວິດ-19 ຫຼາຍ​ກວ່າ 190 ລ້ານ​ເຂັມ​ໃຫ້​ກັບ 10 ປະ​ເທດ​ອາ​ຊຽນ ​ແລະ​ສະໜອງ​ອຸປະກອນ​ປ້ອງ​ກັນ​ພະຍາດທີ່​ອາ​ຊຽນຕ້ອງການ​ຢ່າງ​ຮີບ​ດ່ວນ​ໃຫ້​ຢ່າງ​ຫຼວງ​ຫຼາຍ. ຈີນ ​ແລະ​ອາ​ຊຽນ​ໄດ້​ປະຕິບັດ​ຂໍ້​ລິ​ເລີ່​ມການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ​, ປັບປຸງ​ເວທີ “​ເພື່ອນ​ມິດ​ວັກ​ຊີ​ນຈີນ-ອາ​ຊຽນ” ​ໃຫ້​ສົມບູນ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຊຸກຍູ້​ການ​ແລກປ່ຽນດ້ານ​ນະ​ໂຍບາຍ ​ແລະ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽກກັບ​ວັກ​ຊີ​ນ.

ຄຳ​ເຫັນ

0