刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີ​ນ​ສະ​ໜັບ​ສະ​ໜູນ​​ອາ​ຊຽນ​ແຕ່ງ​ຕັ້ງ​ທູດ​ພິ​ເສດ​ກ່ຽວ​ກັບ​ວຽກ​ງານ​ມຽນ​ມາ

2021-08-05 10:50:36 cri

 

ວັນ​ທີ 4 ສິງ​ຫາ​ນີ້, ທ່ານຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​​ຕາ​ເວັນ​ອອກ​ຄັ້ງ​ທີ 11 ແລະ​ກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນອາ​ຊຽນ​ແຕ່ງ​ຕັ້ງ​ທ່ານ​ເອ​​ຣີວານ ລັດ​ຖະ​ມົນ​ຕີ​ຜູ້​ຊີ້​ນຳວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ບຼູ​ໄນເປັນ​ທູດ​ພິ​ເສດ​ກ່ຽວ​ກັບ​ວຽກ​ງານ​ມຽນ​ມາ, ​ເຊື່ອ​ໝັ້ນ​ແລະ​ຫວັງ​ວ່າ​ທູດ​ພິ​ເສດ​ຈະ​ຍຶດ​ໝັ້ນ​ໃນ​ຄວາມ​​ມົ່ງ​ຫວັງ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ອາຊຽນ, ນຳ​ໃຊ້​ວິ​ທີ​ອາ​ຊຽນ​ທີ່​ມີ​ປະ​ສິດ​ທິ​ຜົນ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ມຽນ​ມາ​ແກ້​ໄຂ​ບັນ​ຫາ​​ທີ່​ພວມ​ປະ​ເຊີນ​ຢູ່ໃຫ້​ດີ. ໃນ​ຂະ​ບວນ​ການ​ນີ້, ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ.

ຄຳ​ເຫັນ

0