秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້ຽວບິນພາຍໃນປະເທດໄທຢຸດບໍລິການ ນັກທ່ອງທ່ຽວຢູ່ພູເກັດຕ້ອງຂີ່ລົດເມໄປບາງກອກ

2021-08-06 10:41:04 cri

ເນື່ອງ​ຈາກວ່າ​ປະ​ເທດ​ໄທ​ໄດ້​ຍົກ​ລະ​ດັບ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ອີກ​ຄັ້ງ​ໃໝ່​ໃນ​ຫວ່າງ​ມໍ່​ໆ​ມ​າ​ນີ້ ໂດຍ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ, ​ຫ້າມ​ສັນ​ຈອນ​ໃນ​ຕອນ​ກາງ​ຄືນ​ຢູ່ 29 ແຂວງ​ຂອງ​ໄທ, ​ຖ້ຽວບິນ​ພາຍ​ໃນ​ປະ​ເທດ​ໄດ້​ຢຸດ​ບໍ​ລິ​ການ, ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ​ທີ່​ເຂົ້າ​ຮ່ວມ​​ໂຄງ​ການ “ພູ​ເກັດ​ແຊນ​ດ໌​ບັອກ​ຊ໌” ບໍ່​ສາ​ມາດ​ທ່ອງ​ທ່ຽວ​ໄດ້ອີກ​ຕໍ່​ໄປ. ສະ​ນັ້ນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ພູ​ເກັດ ຈຶ່ງ​ໄດ້​ຈັດ​ສັນ​ລົດ​ເມ​ເພື່ອ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມ​ນັບ​ແຕ່​ວັນ​ທີ 4 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ ເຊິ່ງ​ເວ​ລາ​ໃຫ້ບໍ​ລິກ​ານ​ແຕ່ 5 ໂມງຫາ 21 ໂມງ​ຂອງ​ແຕ່​ລະ​ມື້.

ຄຳ​ເຫັນ

0