吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ກ່າ​ວ​ວ່າ: ການ​ແຊກ​ແຊງ​​ຈາກ​ປະ​ເທດ​ພາກ​ພື້ນ​ອື່ນ​ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ໃຫຍ່​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້

2021-08-07 14:29:00 cri

    ຕອນ​ຄ່ຳ​ວັນ​ທີ 6 ສິງ​ຫາ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງເວ​ທີ​ປຶກ​ສາ​ຫາ​​ລື​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ 28, ທ່ານ​ວາງ​​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢ້ຳ​ຫລັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້.

    ທ່າ​ນວ​າງ​​ຢີ້​ກ່າວ​ວ່າ: ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ແມ່ນ​ມີສະ​ຖຽນ​ລະ​ພາບ​ໂດຍ​ລວມ, ​ເສ​​ລີ​ພາບ​ດ້ານ​ການ​ເດີນ​ເຮືອ ແລະ​ບິ​ນ​ຜ່ານ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຕາມ​ກົດ​ໝາຍ, ນີ້​ແມ່ນ​ໝາກ​ຜົນ​ຂອງ​ຈີນ ແລະ​ປະ​ເທດ​ອາ​ຊຽນ​ທີ່​ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມ, ບໍ່​ອະ​ນຸ​ຍາດ​ໃຫ້​ຝ່າຍ​ອື່ນ​ໃສ່​ຮ້າຍ​ປ້າຍ​ສີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ອາ​ຊ​ຽນ​ບົນ​ພື້ນ​ຖານຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້, ບັນ​ລຸ “​​ກົດການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້” ຫລື COC ທີ່​ບັງ​ເກີດ​ຜົນ, ມີ​ເນື້ອ​ໃນ​ແທ້​ຈິງ ທັງ​ສອດ​ຄ່ອງ​ກັບ​ກົດ​ໝາ​ຍ​ສາ​ກົນ​ເຊິ່ງ​ລວມ​ທັງ “​ສົນ​ທິ​ສັນ​ຍາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍກົດ​ໝາຍ​​ທະ​ເລ”ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ຮ່ວມ​ກັນ​ສ້າງ​ທະ​ເລ​ຈີນ​ໃຕ້​ໃຫ້​ເປັນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ ແລະ​ການ​ຮ່ວມ​ມື. ຫລາຍ​ປີ​ມໍ່ໆ​ມາ​ນີ້, ການ​ແຊກ​ແຊງ​ຈາກ​ປະ​ເທດ​ພາກ​ພື້ນ​ອື່ນ​ໄດ້​ກາຍ​ເປັນ​ໄພ​ຂົ່ມ​ຂູ່​ໃຫຍ່​ທີ່​ສຸດ​ຕໍ່​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ການ​ທີ່​ນຳ​ໃຊ້​ເສ​ລີ​ພາບ​ດ້ານ​ການ​ເດີນ​ເຮືອ​ຕາມ​ລຳ​ພັງນັ້ນ​ເປັນການ​ເກາະ​ຜິດ​ຕໍ່​ອະ​ທິ​ປະ​ໄຕ ແລະ​ສິດ​ຄຸ້ມ​ຄອງ​ຂອງ​ປະ​ເທດ​ລຽບ​ທະ​ເລ​ຈີນ​ໃຕ້, ​ສົມຄວນ​ຖືກ​ປະ​ເທດ​ໃນ​ພາກ​ພື້ນ​ສະ​ກັດ​ກັ້ນ ແລະ​ຄັດ​ຄ້ານ.

ຄຳ​ເຫັນ

0