何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ເພີ່ມ​ກຳ​ລັງຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2021-08-08 14:34:53 CRI

ວັນ​ທີ 7 ສິງ​ຫາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບບັນ​ດາ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ ໂດຍ​ກ່າວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ບັນ​ຫາ​ທີ່​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ການຮ່ວ​ມ​ມື​ດ້ານ​ວັກ​ຊີນ, ​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ​ບັນ​ຫາ​ອື່ນໆ, ເຊິ່ງ​ເປັນ​ການ​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ຕໍ່​ພາຍນອກ, ແລະ ​ເ​ພີ່ມ​ກຳ​ລັງ​ຂັບ​ເຄື່ອນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ, ປະ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຂຶ້ນ ແລະ ຂະ​ຫຍາຍ​ວົງກວ້າງ​ອອກ​ອີກ​ຄັ້ງ​ໃໝ່ໃນ​ພາກ​ພື້ນ​ນີ້ ກໍ​ຄື​ໃນ​ທົ່ວ​ໂລກ, ການ​ທີ່​ສາ​ມັກ​ຄີ​​ກັນ​ເພື່ອຕ້ານ​ກັບ​ພະ​ຍາດ​ເປັນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນ​ທີ່​ສຸດ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ບັນ​ດາ​ປະ​ເທດ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້. ຝ່າຍ​ຕ່າງໆ​ມີ​ຄວາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ວຽກ​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ​ກໍ​ຄື ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນ, ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງພາກ​ພື້ນ​ນີ້​​ທີ່ເຂົ້າ​ເຖິງ ແລະ ​ຈັບ​ຈ່າຍ​ວັດ​ຊີນ​ໄດ້. ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ ຈີນ​ຈະ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໜັກ​ແໜ້ນ​ຂອ​ງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ກ່ຽວ​ກັບ​ການ​ຈັດ​ເອົາ​ວັກ​ຊີນ​ເປັນ​ຜະ​ລິດ​ຕະ​ພັນ​ສ​າ​ທາ​ລະ​ນະ, ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ປະ​ເທດ​ທີ່​ມີ​ຕໍ່​ວັກ​ຊີນ​, ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສະ​ໜັບ​ສະ​ໜູນ​​ການສ້າງ​ສູນ​ຜະ​ລິດ ແລະ  ແບ່ງ​ປັນ​ວັກ​ຊີນ​ໃນ​ພາກ​ພື້ນ, ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ, ພ້ອມ​ກັນ​ສ້າງ​ພູມ​ຕ້ານ​ທານ​ແບບ​ລວມ​ໝ​ຄ່ ເພື່ອ​ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ.

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິ​ງ​ກ່າວ​ຕື່ມ​ວ່າ, ຫຼາຍ​ປະ​ເທດ​ຕ່າງ​ກໍເຫັນ​ດີ​ນຳຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ, ໂດຍ​ຊີ້​ອອກວ່າ, ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​​ໂຄວິດ-19ແມ່ນ​ບັນ​ຫາ​ວິ​ທະ​ຍາ​ສາດ​ທີ່​ສຸ​ຂຸມ​ຮອບ​ຄອບ, ຄວນຍຶດ​ໝັ້ນ​ການ​ຄົ້ນ​ຫາ​ຕາມຫຼັກ​ວິ​ທະ​ຍາ​ສາດ, ຄັດ​ຄ້ານ​ການ​ສວຍ​ໃຊ້​ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເພື່ອ​ແກມ​ການ​ເມືອງ​ຂອງ​ຕົນ. ໃນ​ສະ​ເພາະ​ໜ້າ​ນີ້, ຝ່າຍ​ຕ່າງໆ​ຍິ່ງ​ຄວນ​ລະ​ວັງ ແລະ ຕໍ່​ຕ້ານ​ສິ່ງ​ລົບ​ກວນ​ຈາກ “ເຊື້ອ​ພະ​ຍາດ​ດ້ານ​ການ​ເມືອງ”ຊະ​ນິດ​ຕ່າງໆ, ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສ​າ​ທາ​ລະ​ນະ​ສຸກ​ຂອງ​ໂລກ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0