李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຄວນ​ປັບ​ປຸງ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນໃນ​ການ​ຮ່ວມ​ມື​ພາ​ກ​ພື້ນ​

2021-08-08 12:15:34 cri

ວັນ​ທີ 7 ສິງ​ຫາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ບັນ​ດາກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ.

ທ່ານ​ນາງ ຮ​ວ້າ​ຊຸ່ນ​ຢີງ​ກ່າ​ວ​ວ່າ: ພາກ​ພື້ນ​ນີ້ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຈາກການ​ປະ​ກົດ​ຕົວ​ຄືນ​ໃໝ່​ຂອງ​ການ​ເມືອງພູ​ມີ​ພາກ, ​ຈະ​ກະ​ທົບ​ເຖິງ​ສັນ​ຕິ​ພາບ​ ​ສະ​ຖຽນ​ລະ​ພາບ ແລະ​ອະ​ນາ​ຄົດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ທ່ານ​ວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​ອອກວ່າ, ບາງປະ​ເທດ​ໃຫຍ່ນອກ​ພາກ​ພື້ນ​ມີ​ເຈດ​ຕະ​ນາ​ຢາກ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພາ​ກ​ພື້ນ​ໃໝ່, ​ຍຸ​ຍົງ​ສົ່ງ​ເສີ​ມ​ໃຫ້​ເປັນ​ປໍ​ລະ​ປັກ​ກັນລະ​ຫວ່າງ​ກຸ່ມ​ກຳ​ລັງ​ຕ່າງໆ, ທ່າ​ອ່ຽງ​​ແບບ​ນີ້​ອັນ​ຕະ​ລາຍ​ຫຼາຍ, ຄວນ​​ມີ​ຄວາມ​ລະ​ມັດລະ​ວັງ​ແລະ​ສະ​ກັດ​ກັ້ນ​ໄວ້. ໂຄງ​ປະ​ກອບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ຖື​ອາ​ຊຽນ​ເປັນ​ໃຈ​ກາງ, ແມ່ນ​ຜຶດ​ຕິ​ກຳ​ທີ່​ເປັນ​ປະ​ໂຫຍດ​ຕໍ່​ການ​ຮັກ​ສາ​ໃຫ້​ພາກ​ພື້ນ​ນີ້​ມີ​ຄວາມ​ໝັ້ນ​​ຄົງ​ໂດຍລວມ, ​ຝ່າຍ​ຕ່າງໆຄວນ​ທະ​ນຸ​ຖະ​ໜອມ​​ແລະ​ເສີມ​ຂະ​ຫ​ຍາຍອີກ. ຄວນ​ປັບ​ປຸງ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນໃນ​ການ​ຮ່ວມ​ມື​ພາ​ກ​ພື້ນ​, ຮັກ​ສາ​ທິດ​ທາງ​ທີ່​ຖືກ​ຕ້ອງແລະ​ປອດ​ໃສ​ຂອງ​ການ​ຮ່ວມ​ມື​ອາ​ຊີ​ອາ​ເວັນ​ອອກ. ຝ່າຍ​ຈີນ​ບໍ່​ເຫັນ​ດີ, ບໍ່​ເຂົ້າ​ຮ່ວມ​ກົນ​ໄກ​ຮ່ວ​ມ​ມື​ໃດໆ​ທີ່​ຈະ​ທຳ​ລາຍ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ.

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢີງ​ຍັງ​ກ່າວ​ຕື່ມ​ວ່າ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ​ທີ່​ຮ່ວມ​ປະ​ຊຸມ​​ໄດ້ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງ​ຝ່າຍ​ຈີນ ໂດຍ​ກ່າວ​ເນັ້ນ​ວ່າ: ຄວນ​ຍຶດ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ, ຍຶດ​ໝັ້ນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ, ບໍ່​ຄວນ​ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນດ້ານ​ພູ​ມີ​ພາກ​ແລະ​ການ​ແບ່ງ​ແຍກ​ກັນ, ບໍ່​ຫວັງ​ໃຫ້​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຖືກ​ບັງ​ຄັບ​ໃຫ້​ເລືອກ​ຝ່າຍ​, ບໍ່​ຫວັງ​ໃຫ້​ພາກ​ພື້ນ​ນີ້​ກາຍ​ເປັນສະ​ໜາມ​ໂຕ້​ແຍ້ງ​ກັນຂອງ​ປະ​ເທດ​ໃຫຍ່.

ຄຳ​ເຫັນ

0