徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊີນ​ຊີ​ໂນ​ແວັກ​ຂອງ​ຈີນງວດ​ທີ 2 ​ທີ່​ລັດ​ຖະ​ບານ​ມຽນາມ​ສັ່ງ​ຊື້​ຖືກຂົນ​ສົ່ງໄປ​ຮອດ​ນະ​ຄອນ​ຢາງ​ກຸ້ງແລ້ວ

2021-08-09 14:39:15 cri

ຕາມ​ຂ່າວCRI:ວັນ​ທີ 8 ສິງ​ຫາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງຊີ​ໂນ​ແວັກ​ຂອງ​ຈີນງວດ​ທີ່ 2 ຈຳ​ນວນ 1 ລ້ານ​ຫຼອດທີ່ລັດ​ຖະ​ບານ​ມຽນ​ມາ​ໄດ້​ສັ່ງ​ຊື້​ຖືກຂົນ​ສົ່ງໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ​​ຢາງ​ກຸ້ງຂອງ​ມຽນ​ມາແລ້ວ.

 

ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອ​ງວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ໃຫ້​ມຽນ​ມາ​ມີ​ທັງ​ໝົດ 4,5 ລ້ານ​ຫຼອດ​, ໃນ​ນັ້ນ, ວັກ​ຊີນ​ຊີ​ໂນ​ແວັກ 2 ລ້ານ​ຫຼອດ​ແມ່ນ​ລັດ​ຖະ​ບານ​ມຽນ​ມາໄດ້​ສັ່ງ​ຊື້. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈີນ​ຍັງ​ໄດ້​ຂົນ​ສົ່ງ​ເຄື່ອງຜະ​ລິດ​ອົກ​ຊີ​, ເຄື່ອງ​ຊ່ວຍຫາຍ​ໃຈ, ອົກ​ຊີ​​ທາດ​ແຫຼວ, ຢາ​ປິ່ນ​ປົວ​ແລະ​ວັດ​ຖຸ​ອຸ​ປະ​ກອ​ນ​ອື່ນໆ​ຢ່າງ​ຫຼວງ​ຫຼາຍໃຫ້​ແກ່​ມຽນ​ມາ, ເພື່ອຊ່ວຍ​ເຫຼືອ​ມຽນ​ມາ​​ຕ້ານກັບ​ສະ​ພາບ​ພະ​ຍາດ.

ຄຳ​ເຫັນ

0