李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ຫຼວງ​ບາງກ​ອກ​​ຂອງໄທ​ຫຼຸດ​ລົງ, ຄາດ​ວ່າ ຈະ​​ສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ໄດ້​ພາຍ​ໃນ 1 ເດືອນ

2021-08-09 10:55:15 cri

ວັນ​ທີ 8 ສິງ​ຫາ​ນີ້, ເຈົ້າໜ້າ​ທີ່​ກົມ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ຫຼວງ​ບາງກ​ອກມີ​ທ່າ​ອ່ຽງ​ຫຼຸດ​ລົງ. ຜົນ​ການກວດ​ຫາ​ເຊື້ອ​ພະ​ຍາດ​​ຢູ່​ຕາມ​ຄຸ້ມ​ຊຸມ​ຊົນ​ຕ່າງໆ​​ຊີ້ໃຫ້​ເຫັນ​ວ່າ, ອັດ​ຕາ​ການ​ຕິດ​ເຊື້ອ​ສະ​ເລ່ຍໄດ້​ຮັກ​ສາ​ຢູ່​ໃນ​ລະ​ດັບ​ຕ່ຳ​ກວ່າ 10% ເປັນ​ຫຼາຍ​ມື້​ລຽນ​ຕິດ, ບໍ່​ມີ​ປະ​ກົດ​ການ​ເພີ່ມ​ຂຶ້ນ​ໄວທີ່ຕໍ່​ເນື່ອງ, ຜູ້​ຕິດ​ເຊື້ອ​ພະ​ຍາດ 80% ແມ່ນ​ບໍ່​​ສະ​ແດງ​ອາ​ການ​ຫຼື​ມີ​ອາ​ການ​ເບົາ, ອັດ​ຕາ​ສັກ​ວັກ​ຊີນໂຄວິດ-19 ໃນ​ກຸ່ມ​ຄົນທີ່​ມີ​ອາ​ຍຸ 60 ປີ​ຂຶ້ນ​ໄປ​ໄດ້​ບັນ​ລຸ​ເຖິງ 88%.

ຖ້າ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່ປະ​ຕິ​ບັດ​ຕາມ​ມາດ​ຕະ​ກາ​ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕ່າງໆ​ຂອງ​ລັດ​ຖະ​ບານ, ເຊັ່ນ: ການ​ປິດ​ເມືອງ​, ການ​ຫ້າມ​ສັນ​ຈອນ​​ໃນ​ຕອນ​ກາງ​ຄືນ​ແລະ​ອື່ນໆ, ຄາດ​ວ່າ, ຈະສາ​ມາດຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໄດ້​ພາຍ​ໃນ 1 ເດືອນ.

ຄຳ​ເຫັນ

0