李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລ​ເຊຍ​ຈະ​ຍົກ​ເລີກ​ມາດ​ຕະ​ການ​ຈຳ​ກັດ​​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ສຳ​ລັບ​ຜູ້​ທີ່ສັກ​ວັກ​ຊີນ​ຄົບ​ແລ້ວ

2021-08-09 14:52:44 cri

ວັນ​ທີ 8 ສິງ​ຫາ​ນີ້, ທ່ານ ມູ​ຮິ​ດິນ ຢາ​ຊີນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ມ​າ​ເລ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​​ຜ່ານທາງ​ໂທລະ​ພາບ ໂດຍໄດ້​ປະ​ກາດ​ວ່າ: ນັ​ບ​ແຕ່​ວັນ​ທີ 10 ສິງ​ຫາ​ນີ້​ເປັນ​ຕົ້ນ​ໄປ, ຈະຍົກ​ເລີກ​ມາດ​ຕະ​ການ​ຈຳ​ກັດການປ້ອງ​ກັນ​​ແລະຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສຳ​ລັບ​ຜູ້​ທີ່​ໄດ້ສັກ​ວັກ​ຊີນ​ຄົບ​ແລ້ວ.

ມາດ​ຕະ​ການ​ທີ່​ຈະ​ຍົກ​ເລີກ​ນັ້ນ ລວມ​ທັງ: ​ການ​ເດີນ​ທາງ​ກັບ​ປະ​ເທດ​ຈາກ​ຕ່າງປະ​ເທດ ​ບໍ່​ຈຳ​ເປັນ​ຕ້ອງ​ກັກ​ບໍ​ລິ​ເວນ​ແບບ​ບັງ​ຄັບ, ​ແຕ່​ໃຫ້ໄປ​ກັກ​ບໍ​ລິ​ເວນ​ຢູ່​ເຮືອນ, ຜົວ​ເມຍ​ທີ່​ຢູ່​ຄົນ​ລະ​ລັດ​ນັ້ນ ສາ​ມາດ​ຂ້າມ​ລັດ​ໄປ​ຫາ​ກັນໄດ້, ພໍ່​ແມ່​ກໍ່​ສາ​ມາດຂ້າມລັດ​​ໄປ​ຢູ່ກັບ​ລູກ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 18 ປີ, ແລະສາ​ມາດ​ໄປ​​ປະ​ກອບ​ພິ​ທີ​ທາງ​ສາດ​ສະ​ໜາ​ຢູ່​ສຸ​ເຫຼົ່າອິ​ສ​ລາມ​ໄດ້.

​ສ່ວນ​ຢູ່​ເຂດ​ທີ່​ໄດ້​ປະ​ຕິ​ບັດແຜນ​ການ​ຟື້ນ​ຟູ​ແຫ່ງ​ລັດ​ໄລ​ຍະ​ທີ​ສອງ​, ​ການ​ຜ່ອນ​ຜັນມາດ​ຕະ​ການ​ປ້ອ​ງ​ກັນ​​ແລະຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ລວມ​ມີ: ​ການອະ​ນຸ​ຍາດ​ໃຫ້​ກິນ​ເຂົ້າ​ຢູ່​ໃນ​ຮ້ານ​ອາ​ຫານ​ໄດ້, ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ຂ້າມ​ເມືອງ​ໄດ້, ອະ​ນຸ​ຍາດ​ໃຫ້​ທ່ອງ​ທ່ຽວ​ພາຍ​ໃນ​ລັດ​ໄດ້, ອະ​ນຸ​ຍາດ​ໃຫ້​ຫຼິ້ນ​ກິ​ລາ​ກາງ​ແຈ້ງ​​ໄດ້​ແຕ່​ຕ້ອງຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ.

ຄຳ​ເຫັນ

0