覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ສ​ປ​ປ​ລາວ​ເຫັນ​ວ່າ ຕ້ອງ​ດຳ​ເນີນ​ວຽກ​ງານ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19​ຕາມ​ຈິດ​ໃຈ​ວິ​ທະ​ຍາ​ສາດ

2021-08-12 10:30:35 cri

 ພິທີມອບ-ຮັບ ວັກຊີນປ້ອງກັນພະຍາດ ໂຄວິດ-19 ງວດ​ທີ 5ໂດຍການຊ່ວຍເຫລືອລ້າ ຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2021 ນີ້ ທີ່ກະຊວງສາທາລະນະສຸກຢ່າງ​ເປັນ​ທາງ​ການ​, ຕາງໜ້າລັດຖະບານ ສປ ຈີນ ມອບໂດຍ ທ່ານ ຈ່ຽງ ຈ້າຍ​ຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ທັງ​ສອງທ່ານ​ໄດ້​ປະ​ກອບ​ຄຳ​ເຫັນ​ຕາມ​ລຳ​ດັບ​ໃນ​ພິ​ທີ​ດັ່ງ​ກ່າວ ທັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.
 

ທ່ານ ພັນຄຳ ວິພາວັນ​ກ່າວ​ເນັ້ນ​ວ່າ: ໃນ​ບັນ​ຫາ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ປະ​ເທດ​ລາວ​ມີ​ທ່າ​ທີ​ອັນ​ຈະ​ແຈ້ງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຄື ຕ້ອງ​ດຳ​ເນີນ​ວຽກ​ງານ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​​ຢ່າງ​ພາ​ວະ​ວິ​ໄສ,ໂປ່ງ​ໃສ, ກວມ​ລວມ​ແລະ​ຕາມຫຼັກ​ວິ​ທະ​ຍາ​ສາດ​100%. ລາວ​ໄດ້​ຜ່ານ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ເໜີຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ການ​ຄັດ​ຄ້ານ​ການ​ຫັນ​ເອົາ​ບັນ​ຫາ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​​ເປັນ​ບັນ​ຫາ​ການ​ເມືອງ. ນອກ​ນີ້, ທ່ານ​ພັນຄຳ ວິພາວັນຍັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາ​ກົນ​​ຂອງ​ຈີນເພື່ອ​ສຳຫຼວດ​ຫາ​ແຫຼ່​ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​​ແບບເປີດກວ້າງ​ແລະ​ໂປ່ງ​ໃສ, ທ່ານ​ຍັງ​ຢືນ​ຢັນ​ວ່າ ປະ​ເທດ​ລາວ​​ໄດ້ສະ​ໜັບ​ສະ​ໜູນ​ການ​ດຳ​ເນີນ​​ງານຄົ້ນ​ຄວ້າ​ແລະ​ສຳຫຼວດ​ຫາ​ແຫຼ່​ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດໃນ​ຂອບ​ເຂດ​ທົ່ວ​ໂລກ​ຕາມ​ຈິດ​ໃຈ​ວິ​ທະ​ຍາ​ສາດ, ຫວັງ​ວ່າ​ປະ​ຊາ​ຄົມ​ໂລກ​ຈະ​ປຶກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາ​ກ​ຮ່ວມ​ກັນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0