尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ຄາດ​ຄະ​ເນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ໃນ​ເດືອນ​ໜ້າ​ອາດ​ຈະ​ມີ​ເຖິງ 4,5 ໝື່ນ​ກໍ​ລະ​ນີ

2021-08-14 16:57:20 cri

     ວັນ​ທີ 13 ສິງ​ຫາ​ນີ້, ໂຄ​ສົກ​ສູນ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄທ​ກ່າວ​ວ່າ: ຖ້າ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ປິດ​ເມືອງ​ແລະ​ຫ້າມ​ສັນ​ຈອນ​ໃນ​ຍາມ​ກາງ​ຄືນ​ໃນ​ປັດ​ຈຸ​ບັນ, ຄາດ​ວ່າ​ຮອດ​ທ້າຍ​ເດືອນ​ສິງ​ຫາ​ຫາ​ຕົ້ນ​ເດືອນ​ກັນ​ຍາ​ໜ້າ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ໄທອາດ​ຈະ​ມີ​ເຖິງ 4,5 ໝື່ນ​ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຕໍ່​ມື້​ອາດ​ຈະ​ມີ​ເຖິງ 500 ຄົນ, ແຕ່​ຖ້າ​ວ່າ​ຍົກ​ເລີກ​ມາດ​ຕະ​ການ​ປິດ​ເມືອງ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມ​ະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຈະ​ມີ​ເຖິງ 6-7 ໝື່ນ​ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດເພີ່ມ​ໃໝ່​ຕໍ່​ມື້​ຈະ​ຫຼາຍກວ່າ 800 ຄົນ.
 

      ນອກ​ນີ້, ຕາມ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ຄາດ​ຄະ​ເນ​ວ່າ: ແຕ່​ເດືອນ​ທັນ​ວາ​ປີ 2020 ຫາ​ເດືອນ​ສິງ​ຫາ​ປີ​ນີ້, ໃນ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ລວມ​ທັງ​ໝົດ 7 ພັນ​ກວ່າຄົນຂອງ​ໄທ, ​ຜູ້​ອາ​ຍຸ​ສູງ​ແລະ​​ຜູ້ເປັນ​ພະ​ຍາດ​ຊຳ​ເຮື້ອກວມ​ສ່ວນ​ໃຫຍ່, ເຂົາ​ເຈົ້າ​ສ່ວນ​ຫຼາຍ​ບໍ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19. ສະ​ນັ້ນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຂ້ຽວ​ພາ​ຄອບ​ຄົວ​ຂອງ​ຕົນ​ທີ່​ເປັນ​ຜູ້​ເຖົ້າ,ແມ່​ມານ​ແລະ​ຜູ້​ເປັນ​ພະ​ຍາດ​ຊຳ​ເຮື້ອ​ໄປ​ສັກ​ວັກ​ຊີນ​ໂຄວິດ-19,ເພື່ອ​ຫຼຸດ​ອັດ​ຕາ​ການ​ໃຊ້​ຕຽງ​ຄົນ​ເຈັບ​ອາ​ການ​ໜັກ​ໃຫ້​ໜ້ອຍ​ລົງ​ແລະ​ຫຼຸດ​ອັດ​ຕາ​ການ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ໃຫ້​ໜ້ອຍ​ລົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳ​ເຫັນ

0