黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານນາຍົກລາວກ່າວວ່າ: ໃຜຍັງຄິດວ່າເອົາເລື່ອງການເກີດຂື້ນຂອງພະຍາດໂຄວິດ-19 ເປັນບັນຫາການເມືອງ ແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ

2021-08-14 15:44:32 cri

ທ່ານນາຍົກລາວກ່າວວ່າ: ໃຜຍັງຄິດວ່າເອົາເລື່ອງການເກີດຂື້ນຂອງພະຍາດໂຄວິດ-19 ເປັນບັນຫາການເມືອງ ແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ_fororder_1628854589354_648_553x369

ວັນທີ 13 ສິງຫາ 2021 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະການພິມຈໍາໜ່າຍລາວຄົບຮອບ 71 ປີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ວິທະຍຸ ສາກົນແຫ່ງ ປະເທດຈີນປະຈຳລາວ ກ່ຽວກັບການຄົ້ນຫາແຫຼ່ງກໍາເນີດຂອງພະຍາດໂຄວິດ-19. ທ່ານໄດ້ກ່າວຢໍ້າວ່າ: ໃຜຍັງ ຄິດເອົາເລື່ອງການເກີດຂື້ນຂອງພະຍາດໂຄວິດ-19ເປັນບັນຫາການເມືອງແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ.

ທ່ານກ່າວວ່າ: ສໍາລັບຖະແຫຼງການຂອງກະຊວງການຕ່າງປະເທດລາວ ກໍ່ຖືເປັນທັດສະນະຂອງລັດຖະບານລາວ ກໍ່ຄືທັດສະນະຂອງຂ້າພະເຈົ້າເອງ. ເພາະວ່າໂຄວິດ-19 ນີ້ເປັນພະຍາດລະບາດທີ່ເກີດຂຶ້ນ ແມ່ນການຜັນແປຂອງ ກົດເກນທໍາມະຊາດ, ຫາກບໍ່ແມ່ນການເມືອງ ແລະບໍ່ແມ່ນບັນຫາສັງຄົມ. ນັບແຕ່ຈຸດເລີ່ມຕົ້ນຂອງມວນມະນຸດ ເຮົາ ກ້າວສູ່ການພັດທະນາໃນປັດຈຸບັນ ກໍ່ມີພະຍາດຕິດແປດຫຼາກຫຼາຍຊະນິດເກີດຂຶ້ນເຊັ່ນ: ພະຍາດອະຫິວາ, ພະຍາດ ໄຂ້ຍຸງລາຍ, ໄຂ້ເລືອດອອກ ເຊິ່ງໄດ້ເຮັດໃຫ້ປະຊາຊົນລາວມີຜູ້ເສຍຊີວິດ ແລະກັງວົນເປັນໄລຍະໜຶ່ງ. ຕໍ່ມາ ຍ້ອນ ມີການສັກຢາກັນພະຍາດຈຶ່ງສາມາດປ້ອງກັນໄດ້ແລະຮູ້ວິທີປິ່ນປົວ, ພະຍາດເຫຼົ່ານັ້ນຈຶ່ງບໍ່ສ້າງຄວາມກັງວົນອີກ ຕໍ່ໄປ. ສະຫຼຸບໄດ້ວ່າ: ບັນຫາພະຍາດແມ່ນເກີດຈາກທໍາມະຊາດ ເຊິ່ງເປັນອັນຫຼີກລ່ຽງບໍ່ໄດ້, ຍ້ອນວ່າພະຍາດມັນ ອີງໃສ່ອຸນຫະພູມ, ຄວາມຊຸ່ມ ແລະການປ່ຽນແປງຂອງດິນຟ້າອາກາດ, ບາງເທື່ອມັນກໍ່ເກີດຢູ່ປະເທດນີ້, ບາງເທື່ອກໍ່ເກີດຢູ່ປະເທດນັ້ນ. ສະນັ້ນ, ໃຜຍັງຄິດວ່າເອົາເລື່ອງພະຍາດໂຄວິດ-19ນີ້ ເປັນບັນຫາການເມືອງ ແມ່ນບໍ່ມີຄວາມເປັນມະນຸດສະທໍາຢູ່ໃນໃຈ.

ທ່ານນາຍົກທ່າວ​ຕື່ມວ່າ: ທຸກປະເທດມີນັກປາດອາຈານທີ່ມີຄວາມຮູ້ທາງດ້ານວິທະຍາສາດ ຕ້ອງພ້ອມກັນ ຊອກຫາສາເຫດຂອງພະຍາດ, ເຮົາຈິ່ງສາມາດຢືນຢັນໄດ້ວ່າ ເປັນຫຍັງຈິ່ງເກີດຢູ່ເຂດນີ້ຫຼືເກີດຢູ່ເຂດນັ້ນ, ເຮົາຕ້ອງຮູ້ຄວາມເປັນຈິງ, ເຮົາຈິ່ງສາມາດແກ້ໄຂໄດ້. ຄັນບໍ່ຮູ້ຄວາມຈິງ ແລະມີແຕ່ໂຍນຄວາມຜິດໄປທາງອື່ນ ກໍ່ຈະບໍ່ເຫັນສາເຫດໄດ້ ແລະບໍ່ສາມາດບົ່ງມະຕິ ແລະປິ່ນປົວພະຍາດນີ້ໄດ້. ສັງເກດເບິ່ງວ່າເບື້ອງຕົ້ນໂຄວິດ-19 ມີແຕ່ສາຍພັນດຽວ ແຕ່ດຽວນີ້ມີຈັກສາຍພັນເກີດຂຶ້ນແລ້ວ?, ໂດຍສະເພາະສາຍພັນເດວຕາ ມັນມາແຮງຍ້ອນ ຫຍັງ?. ສະນັ້ນ, ຕ້ອງໄດ້ຊອກຫາຄວາມເປັນຈິງຕາມຫຼັກວິທະຍາສາດຢ່າງແທ້ຈິງ ບໍ່ແມ່ນຫັນໄປສູ່ບັນຫາ ການເມືອງ. ໝາຍຄວາມວ່າ ການຄົ້ນຫາແຫຼ່ງກໍາເນີດກໍ່ດີ, ສາເຫດກໍ່ດີ ແຕ່ຕ້ອງຢູ່ບົນພື້ນຖານຫຼັກວິທະຍາສາດ ບໍ່ຕ້ອງເອົາການເມືອງເຂົ້າມາຫຍຸ້ງກ່ຽວ, ແຕ່ດີແທ້, ການເມືອງຕ້ອງເປັນຜູ້ນໍາພາຮ່ວມມືກັນໃຫ້ດີ, ຈິງໃຈນໍາກັນ, ເປີດໃຈເຊິ່ງກັນແລະກັນ.

ຄຳ​ເຫັນ

0