刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຮງ​ງານ​ປຸງ​ແຕ່ງ​ຊີ້​ນ​ໄກ່​ສອງ​ແຫ່ງ​ຢູ່​​ແຂວງ​ນ​ະ​ຄອນ​ລາ​ຊະ​ສີ​ມາ​ມີ 460 ກວ່າ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-08-15 15:33:35 cri

 

ວັນ​ທີ 13 ສິງ​ຫາ​ນີ້, ສື່ມວນ​ຊົນ​ໄທ​ໄດ້​ລາຍ​ງານ​ວ່າ: ຢູ່​ໂຮງ​ງານ​ປຸງ​ແຕ່ງ​ຊີ້ນ​ໄກ່​ສອງ​ແຫ່ງ​ ທີ່​ມີ​ແຮງ​ງານ 15.000 ຄົນ​ຢູ່ແຂວງ​ນ​ະ​ຄອນ​ລາ​ຊະ​ສີ​ມາຂອງ​ໄທ​, ມີ 460 ກວ່າ​ຄົນ​​ໄດ້ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19. ພາກ​ສ່ວນ​ປ້ອງ​ກັນ​ພະ​ຍາດ​ໄດ້​ປິດ​ໂຮງ​ງານ​ສອງ​ແຫ່ງ​ດັ່ງ​ກ່າວ ແລະ​ຫ້າມບໍ່​ໃຫ້​ຄົນອອກນອກ ເພື່ອຫຼຸດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຈະແຜ່​ລະ​ບາດ​ເປັນ​ວົງ​ກວ້າງ​ໃຫ້​ໜ້ອຍ​ລົງ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້, ພ້ອມ​ກັນ​ນັ້ນ ຍັງ​ໄດ້​ເພີ່ມ​ທະ​ວີ​ການກວດ​ຫາ​ເຊື້ອ​ພະ​ຍາດ​ຕໍ່​ຜູ້​ທີ່​ຢູ່​ໃນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ຕິດ​ເຊື້ອ​ພະ​ຍາດ.

ໂຮງ​ງານ​ທີ່​ມີ​ແຮງ​ງານ​ຕ່າງ​ປະ​ເທດ​ໂຮມ​ສຸນ​ແມ່ນ​ບ່ອນ​ທີ່​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງຫຼວງຫຼາຍ​ຢູ່​ໄທ, ຍ້ອນ​ໂຮງ​ງານ​ຈຳ​ນວນຫຼວງຫຼາຍ​ປະ​ກົດ​ມີ​ການ​ຕິດ​ເຊື້ອ​ເປັນ​ກຸ່ມ ຈຶ່ງ​ເຮັດ​ໃຫ້​ໂຮງ​ງານ​ຕ້ອງ​ໄດ້​ຢຸດ​ການ​ເຮັດ​ວຽກ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ການ​ສະ​ໜອງ​ຂອງ​ຕະຫຼາດ​ເຄື່ອງ​ບໍ​ລິ​ໂພກ​ຈຳ​ນວນ​ໜຶ່ງ. ນອກ​ນີ້, ບໍ​ລິ​ສັດ​ການ​ຈໍ​ລະ​ຈອນ​ສິນ​ຄ້າກໍ​ມີ​ພະ​ນັກ​ງານ​ຈຳ​ນວນຫຼວງຫຼາຍ​ໄດ້​ຕິດ​ເຊື້ອ​ພະ​ຍາດ ເຊິ່ງ​ໄດ້​ກະ​ທົບ​ເຖິງ​ການ​ຂົນ​ສົ່ງ​ສິນ​ຄ້າ, ເຮັດ​ໃຫ້​ບໍ​ລິ​ສັດ​ບໍ່​ສາ​ມາດ​ສະ​ໜອງ​ສິນ​ຄ້າ​ໃຫ້​ກັບ​ສູນ​ຄ້າ, ​ຊຸບ​ເປີ​ມາ​ເກັດ ແລະ​ຮ້ານ​ຂາຍ​ເຄື່ອງ​ຍ່ອຍ​ຢ່າງ​ເປັນ​ປົກ​ກະ​ຕິ.

ຄຳ​ເຫັນ

0