刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິ​ລິບ​ປິນ​ສືບ​ຕໍ່​ແກ່​ຍາວ​ເວ​ລາ​ຂອງ​ຄຳ​ສັ່ງ​ທີ່​ຫ້າມບໍ່​ໃຫ້​ບຸກ​ຄົນຫຼາຍ​ປະ​ເທດ​ເດີນ​ທາງ​ເຂົ້າ​ປະ​ເທດ​ຕົນ

2021-08-15 15:34:39 cri

 

ຫວ່າງມໍ່ໆ​ນີ້, ທ່ານ​ຮາ​ຣີ​ຣອກ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ໄດ້​ປະ​ກາດ​ວ່າ: ຟິ​ລິບ​ປິນ​ຈະ​ສືບ​ຕໍ່​ແກ່​ຍາວ​ເວ​​ລາ​ຂອງ​ຄຳ​ສັ່ງ​ທີ່​ຫ້າມບໍ່​ໃຫ້​ບຸກ​ຄົນ​ຂອງ 10 ປະ​ເທດ​ເດີນ​ທາງ​ເຂົ້າ​ປະ​ເທດ​ຕົນ ເປັນ​ຕົ້ນ: ປະ​ເທດ​ໄທ, ມະ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ອິນ​ເດຍ, ປາ​ກີ​ສະ​ຖານ, ບັງ​ກະລາ​ເດັດ, ສີ​ລັງ​ກາ, ເນ​ປານ, ສະຫະລັດອາຣັບເອມີເຣດ ແລະໂອມານ ເຊິ່ງ​ເວ​ລາ​ກຳ​ນົດ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 31 ສິງ​ຫາ​ນີ້.

ກ່ອນ​ໜ້າ​ນີ້, ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19 ​ກາຍ​ພັນ ເດວ​ຕາ​, ຟິ​ລິບ​ປິນ​ໄດ້​ຫ້າມບໍ່​ໃ​ຫ້​ຜູ້​ທີ່ມີ​ປະ​ຫວັດການ​ເດີນ​ທາງໄປ​ປະ​ເທດ​ດັ່ງ​​ເຂົ້າປະ​ເທດ​ຕົນ​ ນັບ​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0