徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາງ​ລົດ​ໄຟ​ສຳ​ລັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບານ​ດູງງວດ​ສຸດ​ທ້າຍ​ເລີ່ມ​ຖືກ​ຂົນ​ສົ່ງໄປ​ສູ່ອິນ​ໂດ​ເນ​ເຊຍ

2021-08-21 16:26:22 cri

ຕາມ​ຂ່າວCRI:ວັນ​ທີ 20 ສິງ​ຫາ​ນີ້, ​ລາງ​ລົດ​ໄຟ​ສຳ​ລັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບານ​ດູງງວດ​ສຸດ​ທ້າຍໄດ້ຖືກ​ຂົນ​ສົ່ງ​ອອກ​ຈາກ​ເມືອງ​ຟາງ​ເສິງ​ກາງເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້ງກວາງ​ຊີ​ຈີນ, ​ໄປສູ່​ອິນ​ໂດ​ເນ​ເຊຍດ້ວຍ​ກຳ​ປັ່ນ “ສິ່ນ​ດ້າ​ຈົ່ງ” .ກ່ອນ​ນີ້, ລາງ​ລົດ​ໄຟ​ທີ່​ມີ​ນ້ຳ​ໜັກ 5500 ໂຕນງວດ​ນີ້​ໄດ້​ຖືກ​ຂົນ​ສົ່ງ​ຈາກ​ເມືອງພ່ານ​ຈື່​ຮ​ວ່າ​ແຂວງ​ເສ​ສວນ​ໄປ​ຮອດ​ເມືອງຟາງ​ເສິງ​ກາງ​ຂອງ​ເຂດກວາງ​ຊີ.

 

​ຕາມຂ່າວ​ແຈ້ງໃຫ້​ຮູ້ວ່າ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບານ​ດູງ​ທີ່​​ຈີນແລະອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ກໍ່​ສ້າງຍາວ 142,3 ກິ​ໂລ​ແມັດ, ແມ່ນ​ເສັ້ນ​ທາງລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ມີ​ຄວາມ​ໄວ​ການ​ອອກ​ແບບ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ສາຍ​ທຳ​ອິດ​ຢູ່​ອາ​ຊີ​ອາ​ຄະ​ເນ, ໂຄງ​ການ​ນີ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ແຕ່​ປີ 2018. ລາ​ງ​ລົດ​ໄຟທີ່​ຕ້ອງ​ການ​ສຳ​ລັບໂຄງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບານ​ດູງ​ທັງ​ໝົດແມ່ນ​ຮັບ​ເໝົາການ​ຜະ​ລິດ​ໂດຍ​ກຸ່ມ​ບໍ​ລິ​ສັດ​ເຫຼັກ​ກ້າ​ພ່ານ​ຈື​ຮ​ວ່າແຂວງ​ເສ​ສວນ​ຈີນ​ທັງ​ໝົດ​.

 

ຄຳ​ເຫັນ

0