蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດຈີນ​ໄດ້​ມອບ​ລົດ​ຕຳ​ຫຼວດ​ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​​ຂອງລາວ

2021-08-23 14:49:29 CRI

ວັນ​ທີ 22 ສິງ​ຫາ​ນີ້, ດ່ານກວດ​ກາ​​ຄົນເຂົ້າ​ອອກ​ເມືອງ​ບໍ່​ຫານ​ແຂວງ​ຢຸນ​ນານ​ຈີນ​ໄດ້​ແຈ້ງ​ຂ່າວ​ວ່າ: ພິ​ທີ​ມອບ-ຮັບ​ລົດ​ໃຊ້​ສະ​ເພາະ​ຕຳຫຼວດ​ທີ່​ອົງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ​​ຂອງຈີນທີ່​ຊ່ວຍ​ເຫຼືອ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ ສ​ປ​ປ ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ດ່ານ​ບໍ່​ຫານ​ໃນ​ວັນ​ທີ 20 ສິງ​ຫາ​ນີ້.

ໃນ​ພິ​ທີ​ດັ່​ງ​ກ່າວ, ​ຜູ້​ຕາງ​ໜ້າຂອງ​ສອງ​ຝ່າຍ​ໄດ້​ເຊັນ​​ເອ​ກະ​ສານອບ​-ຮັບ ພ້ອມ​ທັງ​ໄດ້​​ປຶກ​ສາ​ຫາ​ລື​ແລະ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ໄລ​ຍະຕໍ່​ໄປ ແລະ ​ສາ​ມາດກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ. ສອງ​ຝ່າຍ​ຍັງ​ໄດ້​ຕົກ​ລົງ​ລາ​ຍ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ກັບ​​ການ​ເຈ​ລະ​ຈາ​ວຽກ​ງານ​ທາງ​ອອນ​ລາຍ​ຄັ້ງ​ທີ 16 ລະ​ຫວ່າງດ່ານກວດ​ກາ​​ຄົນ​ເຂົ້າ​ອອກ​ເມືອງ​ແຂວງ​ຢຸນ​ນານແລະ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ 5 ແຂວງ​ທາງ​ພາກ​ເໜືອ​ຂອງ ສ​ປ​ປ ລາວ, ຝ່າຍ​ລາວ​ຍັງ​ໄດ້​ມອບ​ສານ​​ສະ​ແດງ​ຄວາມຂອບ​ໃຈ​ຂອງ​ກົມ​ພົວ​ພັນ​ຕ່າງ​ປະ​ເທດ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ​ໃຫ້​ແກ່​ຝ່າຍ​ຈີນ.

ຕາມ​ຂ່າວ​ແຈ້ງວ່າ: ເທື່ອ​ນີ້, ອົງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ​ຈີນ​ໄດ້​ມອບ​ລົດ​ເກງ​ຕຳຫຼວດ 2 ຄັນ, ລົດ​ກະ​ບະ 5 ຄັນ ແລະ ລົດ​ຈັກ​ຕຳຫຼວດ 25 ຄັນ​ໃຫ້​ແກ່​ຝ່າຍ​ລາວ.

ຄຳ​ເຫັນ

0