尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ຈະສືບ​ຕໍ່​ຮັກ​ສາ​ແລະ​ປັບ​ປຸງນະ​ໂຍ​ບາຍ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານຊຸດ​ຜ່ານ​ມາ

2021-08-23 15:07:54 cri

      ວັນ​ທີ 22 ສິງ​ຫາ​ນີ້, ທ່ານ ອິ​ສ​ໄມ ​ຊາບ​ຣີ ຢາ​ໂຄບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ທີ່​​ຫາ​ກໍ່ດຳ​ລົງ​ຕຳ​ແໜ່ງ​ຊຸດ​ໃໝ່​ໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ການ​ຖ່າຍ​ທອດ​ສົດ​​ທາງ​ໂທ​ລະ​ພາບເປັນ​ຄັ້ງ​ທຳ​ອິດ​ໂດຍ​ກ່າວ​ວ່າ​ຈະ​​ສືບ​ຕໍ່ຮັກ​ສາ​ແລະ​ປັບ​ປຸງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງລັດ​ຖະ​ບານ​ເປີ​ດາ​ນາ ເມນ​ເຕ​ຣີ​ຊຸດ​ຜ່ານ​ມາ,ພ້ອມ​ທັງ​ເຊື້ອ​ເຊີນ​ພັກ​ຝ່າຍ​ຄ້ານ​ໃຫ້​ຮ່ວມ​ມື​ກັນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19.
 

        ທ່ານ ອິ​ສ​ໄມ ​ຊາບ​ຣີ ຢາ​ໂຄບ ກ່າ​ວ​ເນັ້ນ​ວ່າ: ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ເປີ​ດາ​ນາ ເມນ​ເຕ​ຣີ, ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຂອງ​ປະ​ຊາ​ຊົນ​ມາ​ເລ​ເຊຍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງວ່ອງ​ໄວ; ລັດ​ຖະ​ບານ​ຊຸດ​ໃໝ່​ກໍ​ຈະ​ສືບ​ຕໍ່​ເລັ່ງ​ການ​ສັກ​ວັກ​ຊີນ​ໂຄວິດ-19 ເພື່ອ​ໃຫ້​ມາ​ເລ​ເຊຍ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ຂອງແຜນ​ການ​ຟື້ນ​ຟູ​ຂອງ​ຊາດ. ທ່ານ ອິ​ສ​ໄມ ຊາບ​ຣີ ຢາ​ໂຄບ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ແລະ​ລັດ​ຖະ​ບານ​ສາ​ມັກ​ຄີ​ກັນ​ແລະ​ເຊື້ອ​ເຊີນ​ພັກ​ຝ່າຍ​ຄ້ານ​ເຂົ້າ​ຮ່ວມ​ໃນ​ສະ​ພາ​ມົນ​ຕີ​ເພື່ອຟື້ນ​ຟູຊາດ​ແລະ​ຄະ​ນະ​ກຳ​ມະ​ການ​​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ທີ່​ສ້າງ​ຕັ້ງ​ຂຶ້ນໃນ​ເມື່ອ​ກ່ອນ,ເພື່ອຮ່ວມ​ມືກັນ​​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແບບ​ຂ້າມ​ພັກ.
 

      ໃນ​ສອງ​ມື້​ຜ່ານ​ມາ, ທ່ານ ເປີ​ດາ​ນາ ເມນ​ເຕ​ຣີ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ທ່ານ ອິ​ສ​ໄມ ຊາ​ບ​ຣີ ຢາ​ໂຄບ​ຫຼາຍ​ເທື່ອ,ພ້ອມ​ທັງ​ກ່າວ​ວ່າ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ “ລັດ​ຖະ​ບານ​​ຂອງ​ທ່ານ​”ໃນ​ການ​ບໍ​ລິ​ຫານ​ຕໍ່​ໄປ.

ຄຳ​ເຫັນ

0