尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນ​ໂດ​ເນ​ເຊຍ​ປະ​ກາດ​ຫຼຸດ​ລະ​ດັບ​​ຄວາມ​ສ່ຽງ​ດ້າ​ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ຕ່ຳ​ລົງ

2021-08-24 17:02:47 cri

      ວັນ​ທີ 3 ກໍ​ລະ​ກົດ​ຜ່ານ​ມາ, ເກາະ​ຈາ​ວາ​ແລະ​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການ​ສຸກ​ເສີນ​ເພື່ອ​ຈຳ​ກັດ​ການ​ເຄື່ອນ​ໄຫວ​​ທົ່ວ​ໄປ, ວັນ​ທີ 23 ສິງ​ຫາ​ນີ້​ແມ່ນ​ວັນ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​​ດັ່ງ​ກ່າວ, ປັດ​ຈຸ​ບັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ທ້ອ​ງ​ຖິ່ນ​ໄດ້​ມີ​ສະ​ພາບ​ດີ​ຂຶ້ນ​ແລ້ວ.
 

      ວັນ​ທີ 23 ສິງ​ຫາ​ນີ້, ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກາດ​ວ່າ: ​ເລີ່ມແຕ່​ວັນ​ທີ 24 ຫາ 30 ສິງ​ຫາ​ນີ້, ຈະ​ຫຼຸດ​ລະ​ດັບ​ຄວາມ​ສ່ຽງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ເຂດ​ຂອງ​ປະ​ເທດ​ຕົນ​ຈາກ​ຊັ້ນ 4 ລົງ​ເປັນຊັ້ນ 3. ໃນ​ນັ້ນ​ລວມ​ທັງ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ, ບັນ​ດຸງ,ສຸ​ຣາ​ບາ​ຢາ​ແລະ​ເຂດ​ອື່ນໆ. ນອກ​ນີ້, ທ່ານ ໂຈ​ໂຄ ວິ​ໂດ​ໂດ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຄວນ​​ສືບ​ຕໍ່​ມີ​ສະ​ຕິ​ລະ​ວັງ​ຕົວ.
 

      ໃນ​ມື້​ດຽວ​ກັນ, ສະ​ມາ​ຄົມ​ໂຮງ​ແຮມ​ແລະ​ຮ້ານກິນ​ດື່ມ​ອິນ​ໂດ​ເນ​ເຊຍ​ກໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ບໍ່​ຄວນ​ແກ່​ຍາວ​​ເວ​ລາການ​ປະ​ຕິ​ບັດ​ມາດ​ຕະ​ການ​ສຸກ​ເສີນ​ເພື່ອຈຳ​ກັດ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຊຸມ​ຊົນ​ອີກ,ພ້ອມ​ທັງ​ອະ​ນຸ​ມັດ​ໃຫ້​ຕະ​ຫຼາດ​ທ່ອງ​ທ່ຽວ​ຈຳ​ນວນ​ໜຶ່ງ​ສາ​ມາດ​ເປີດ​ຄືນ​ໄດ້​ຢ່າງ​ເໝາະ​ສົມ. ຂ່າວ​ແຈ້ງວ່າ: ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ກໍ​ພວມ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ຈະ​ເປີດ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່​ບາງ​ເຂດ​ຢ່າງ​ມີ​ເງື່ອນ​ໄຂ​ຫຼື​ບໍ່​ເພື່ອ​ສະ​ໜອງ​ໂອ​ກາດ​ດ້ານ​ການ​ເຮັດ​ທຸ​ລະ​ກິດ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ.

ຄຳ​ເຫັນ

0