尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ກ່າວ​ວ່າ​:ການ​​ຂະ​ຫຍາຍການ​ພົວ​ພັນ​ກັບ​ຈີນ​ແມ່ນ​ນະ​ໂຍ​ບາຍ​ຕໍ່​ຕ່າງ​ປະ​ເທດ​ທີ່​ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດຂອງ​ຫວຽດ​ນາມ

2021-08-25 16:38:36 cri

      ວັນ​ທີ 24 ສິງ​ຫາ​ນີ້, ທ່ານ ຟາມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກ່າວ​ວ່າ: ຫວຽດ​ນາມ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ,ນີ້​ແມ່ນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ທີ່ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນນະ​ໂຍ​ບາຍ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ.
 

      ໃນ​ມື້​ດັ່ງ​ກ່າວ, ທ່ານ ຟາມ​​ມິງ​ຈິງ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ໂສງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ຢູ່​ສຳ​ນັກ​​ງານນາ​ຍົກ​ລັດ​ຖະ​ມົນ​ຕີ​ໂດຍ​ກ່າວ​ວ່າ: ​ການ​ຂະ​ຫຍາຍການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ-ຈີນ​​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ​​ມີ​ບົດ​ບາດສຳ​ຄັນ​ທີ່​ມີ​ລັກ​ສະ​ນະ​ ​ຕັດ​ສິນ​ຊີ້​ຂາດ​​ຕໍ່​ການ​ຊຸກ​ຍູ້​ວຽກ​ງານການ​ສ້າງ​ສັງ​ຄົມ​ນິ​ຍົມ​ຂອງ​ສອງ​ຝ່າຍ,ທັງມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.
 

      ທ່ານ ຟາມ​ມິງ​ຈິງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ໂຄວິດ-19 ຫຼາຍງວດ​ແກ່​ຫວຽດ​ນາມ​ຢ່າງ​ທັນ​ເວ​ລາ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຂ້ຽວ​ຂາດ​ແລະ​​ຫຍຸ້ງ​ຍາກ​ຢູ່​ຫວຽດ​ນາມ. ທ່ານ​ກ່າວ​ວ່າ: ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ໃນ​ໂລກ, ປະ​ຊາ​ຄົມ​ໂລກ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື,​ເພື່ອຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19,ນີ້​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ໜຶ່ງດຽວ​ໃນ​ການ​ເອົາ​ຊະ​ນະການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ຫວຽດ​ນາມ​​ມີ​ຈຸດ​ຢືນ​ໃນ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ຄັດ​ຄ້ານ​ການ​ຫັນບັນ​ຫາ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ​ບັນ​ຫາ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດເປັນ​ບັນ​ຫາ​ການ​ເມືອງ.

ຄຳ​ເຫັນ

0