尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ປະ​ກາດ​ຈະ​​ເຂົ້າ​ຮ່ວມ​ການແຂ່ງ​ຂັນ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່

2021-08-25 11:11:39 cri

      ວັນ​ທີ 24 ສິ​ງ​ຫາ​ນີ້, ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ປະ​ກາດ​ວ່າ: ຕົນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​ລະ​ດັບທ້ອງ​ຖິ່ນ​ທີ່​​ຈະຈັດ​ຂຶ້ນ​ໃນ​ປີ​ໜ້າ.
 

      ວັນ​ທີ 24 ສິງ​ຫາ​ນີ້, ພັກ​ພະ​ລັງປະ​ຊາ​ຊົນ​ເພື່ອ​ປະ​ຊາ​ທິ​ປະ​ໄຕທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຟີ​ລິບ​ປິນ​ໄດ້​ປະ​ກາດ​ວ່າ: ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທານ​ພັກ​ຕົນ​ໄດ້​ເຫັນ​ດີ​ຈະຕາງ​ໜ້າ​ໃຫ້​ພັກ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່. ທ່ານ​ ໂປ​ຣ​ສ​ເປ​ໂຣ ໂນກ​ຣາ​ລິ​ສ ຮອງ​ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ຂອງພັກ​ດັ່ງ​ກ່າວທັງ​ເປັນ​ຫົວ​ໜ້າ​ຂອງ​ເລ​ຂາ​​ຂອງ​ຄະ​ນະ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງວ່າ: ສະ​ມາ​ຊິກ​ພັກ​ມີ​ຈຳ​ນວນ​ບໍ່​ໜ້ອຍ​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່,ເພື່ອ​ຮັບ​ປະ​ກັນ​ໃຫ້​ນະ​ໂຍ​ບາຍ​ແລະ​ໂຄງ​ການ​ຈຳ​ນວນ​ໜຶ່ງ​ຂອງ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ສາ​ມາດ​​ສືບ​ຕໍ່​ຈັດ​ຕັ້ງປະ​ຕິ​ບັດ​​ໄດ້​ຢ່າງ​ຕໍ່​ເນື່ອງຫຼັງ​ຈາກມອບ​ຮັບ​ອຳ​ນາດ​ການ​ປົກ​ຄອງ​.
 

      ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ ປີ​ນີ້​ອາ​ຍຸ 76 ປີ, ທ່ານ​​ຊະ​ນະ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ 2016 ແລະ​ໄດ້ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ໃນ​ປັດ​ຈຸ​ບັນ​ຂອງ​ຟີ​ລິບ​ປິນ, ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ 6 ປີ, ບໍ່ອະ​ນຸ​ຍາດ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ໃນ​ສະ​ໄໝ​ຖັດ​ໄປ. ຟີ​ລິບ​ປິນ​ໄດ້​ຕົກ​ລົງ​ຈະ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແລະ​​ລະ​ດັບທ້ອງ​ຖິ່ນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ໜ້າ.

ຄຳ​ເຫັນ

0