ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວທີປຶກສາຫາລືການຮ່ວມມືເສດຖະກິດການຄ້າເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ ຈະຈັດຂຶ້ນຢູ່ສູນວາງສະແດງສາກົນນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 11 ກັນຍາໜ້ານີ້.
ຫົວຂໍ້ເວທີປຶກສາຫາລືຄັ້ງນີ້ແມ່ນ “ຮ່ວມກັນແຕ້ມແຜນຜັງໃໝ່ ແລະ ຮ່ວມກັນສ້າງອະນາຄົດໃໝ່” ໂດຍມີເຈົ້າໜ້າທີ່ເສດຖະກິດການຄ້າຈາກຈີນແລະບັນດາປະເທດອາຊຽນ, ຜູ້ຊ່ຽວຊານຈາກອົງການຈັດຕັ້ງສາກົນເກືອບ 300 ທ່ານຈະເຂົ້າຮ່ວມເວທີປຶກສາຫາລືໂດຍຜ່ານທາງອອນລາຍແລະອັອຟລາຍ.
ໃນຖານະເປັນໜຶ່ງໃນກິດຈະກຳລະນຶກວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ເວທີປຶກສາຫາລືດັ່ງກ່າວຈະອີງໃສ່ໂອກາດວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ເຊື້ອເຊີນຜູ້ຕາງໜ້າໃນວົງການອຸດສາຫະກຳການຄ້າຂອງບັນດາປະເທດແລກປ່ຽນຄວາມຄິດເຫັນໃນຫົວຂໍ້ຈ້ອງເບິ່ງອະນາຄົດ ພາຍຫຼັງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້, ລົງເລິກການປຶກສາຫາລືກັນກ່ຽວກັບການຮ່ວມກັນສ້າງຊ່ອງທາງໃໝ່ທາງບົກແລະທາງທະເລຕາເວັນຕົກ, ການເປີດປະຕູສູ່ພາຍນອກແລະການປະດິດສ້າງໃໝ່ໃນຂົງເຂດການທະນາຄານ ເພື່ອຊຸກຍູ້ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຄຳເຫັນ
0