赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ-ຈີນຮ່ວມກັນຈັດກອງປະຊຸມສຳມະນາກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ທີ່ມີຄວາມໝາຍຕໍ່ໂລກ

2021-08-26 09:18:22 cri

ວັນທີ 25 ສິງຫານີ້ ສູນຄົ້ນຄວ້າແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ແລະ ສະຖາບັນຄົ້ນຄວ້າບັນຫາສາກົນຂອງຈີນ, ສະຖາບັນການຕ່າງປະເທດຂອງລາວ ແລະ ສະຖານທູດ ສປ ຈີນປະຈຳ ສປປ ລາວໄດ້ເປັນເຈົ້າພາບຮ່ວມກັນຈັດກອງປະຊຸມສຳມະນາ ກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດທີ່ມີຄວາມໝາຍຕໍ່ໂລກ

 

ລາວ-ຈີນຮ່ວມກັນຈັດກອງປະຊຸມສຳມະນາກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ທີ່ມີຄວາມໝາຍຕໍ່ໂລກ_fororder_微信图片_20210826091544


ທ່ານທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານອີຈ່ຽງ ຮອງ ຫົວໜ້າສູນຄົ້ນຄວ້າແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ທັງເປັນຮອງຫົວໜ້າ ສະຖາບັນຄົ້ນຄວ້າບັນຫາສາກົນຂອງຈີນໄດ້ປ່ຽນກັນກ່າວປາຖະກະຖາໃນຫົວຂໍ້ສະເພາະ, ທ່ານໄມ ໄຊຍະວົງສ໊ ຫົວໜ້າສະຖາບັນການຕ່າງປະເທດຂອງລາວ ເປັນພິທີກອນໄຂແລະ​ສະ​ຫຼຸບ​ຜົນ​ຂອງກອງປະຊຸມ. ຜູ້ຕາງໜ້າຈາກພາກ​ສ່ວນ​ຄົ້ນ​ຄວ້າ​ທິດ​ສະ​ດີ ແລະ​ສື່ມວນ​ຊົນ​ຂອງ​ທັງ​ສອງ​ປະ​ເທດ​ລາວ​ຈີນທັງໝົດ 50 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໃນກອງປະຊຸມ ທ່ານທອງຜ່ານ ສະຫວັນເພັດກ່າວວ່າ: ພາຍໃຕ້ການນຳພາອັນເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳ, ພາລະກິດສ້າງສາສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນໄດ້ຮັບໝາກຜົນໃຫມ່ຍິ່ງໃຫຍ່ກວ່າເກົ່າ, ສະຫາຍສີຈິ້ນຜິງໄດ້ ສະເໜີຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ທັດສະນະກ່ຽວກັບການສ້າງປະຊາຄົມຮ່ວມຊາ ຕາກຳຂອງມວນມະນຸດຢ່າງມີຫົວຄິດປະດິດສ້າງ ເຊິ່ງເປັນການປະກອບສ່ວນອັນພົ້ນເດັ່ນໃຫ້ ກັບປະຊາຄົມໂລກ, ໃນນັ້ນ ສປປ ລາວແມ່ນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ລາວ-ຈີນເປັນ ສອງປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະ ມີອຸດົມການຄືກັນ, ສະນັ້ນການດຳເນີນ ການແລກປ່ຽນແລະຄົ້ນຄວ້າກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດແມ່ນມີຄວາມໝາຍສຳຄັນທີ່ສຸດ.

ລາວ-ຈີນຮ່ວມກັນຈັດກອງປະຊຸມສຳມະນາກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ທີ່ມີຄວາມໝາຍຕໍ່ໂລກ_fororder_微信图片_20210826091559

ທ່ານເອກອັກຄະລັດຖະທູດຈ່ຽງຈ້າຍຕົ່ງກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຕາມແນວຄິດ ສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ, ການພົວພັນລະຫວ່າງຈີນ-ລາວໄດ້ຂະຫຍາຍ ຕົວຢ່າງວ່ອງໄວ, ແລະໄດ້ເຂົ້າສູ່ຍຸກໃໝ່ຍຸກແຫ່ງການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ສອງ ປະເທດຈີນ-ລາວໄດ້ຮ່ວມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງຄວາມເຫັນທີ່ເປັນເອກະພາບກັນຂອງການນຳສູງສຸດຂອງສອງປະເທດຄື:ສະຫາຍເລຂາທິການໃຫຍ່ສີຈິ້ນຜິງ ແລະສະຫາຍ ເລຂາທິການ ໃຫຍ່ທອງລຸນ ສີສຸລິດ, ຖືເອົາການຈັດຕັ້ງປະຕິບັດແລະຜັນຂະຫຍາຍແຜນການ ດຳເນີນງານກ່ຽວກັບການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ,ຈີນ-ລາວເປັນຫຼັກ ແລະ ຖືເອົາການ ສ້າງ ໜຶ່ງແລວໜຶ່ງເສັ້ນທາງ  ດ້ວຍຄຸນະພາບສູງຮ່ວມກັນເປັນເວທີທີ່ສຳຄັນ, ເຊິ່ງໄດ້ນຳ ເອົາຜົນປະໂຫຍດອັນແທ້ຈິງ ມາໃຫ້ປະຊາຊົນສອງປະເທດ. ສອງປະເທດຈີນ-ລາວຄວນສືບຕໍ່ ເພີ່ມທະວີການແລກປ່ຽນບົດຮຽນ ໃນການປົກຄອງປະເທດ, ເພື່ອຮ່ວມກັນຄົ້ນຫາວິທີ ການໃນການສ້າງສາຍພົວພັນລະຫວ່າງປະເທດ ສັງຄົມນິຍົມແບບໃໝ່.

ໃນເວລາປະກອບຄຳເຫັນຕໍ່ກອງປະຊຸມ, ທ່ານອີຈ່ຽງ ກ່າວວ່າ: ແນວຄິດສີຈິ້ນຜິງວ່າດ້ວຍ ວຽກງານການຕ່າງປະເທດແມ່ນ ຫຼັກການແລະເຂັມທິດເພື່ອຊີ້ນຳນຳພາວຽກງານການຕ່າງ ປະເທດຂອງຈີນໃນຍຸກໃໝ່, ແລະເປັນ ການປະກອບສ່ວນສະຕິປັນຍາຂອງຈີນໃນການຮັບ ມືກັບສິ່ງທ້າທາຍຂອງທົ່ວໂລກ, ແລະເປັນແນວຄິດຊີ້ນຳນຳພາປະເທດຈີນໃນການຂະຫຍາຍ ການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນກັບບັນດາປະເທດບ້ານໃກ້ເຮືອນຄຽງ. ສອງປະເທດຈີນ-ລາວມີອຸດົມການທີ່ຄ້າຍຄືກັນ, ມີລະບອບສັງຄົມ ທີ່ຄ້າຍຄືກັນ, ແລະມີເສັ້ນທາງ ການພັດທະນາທີ່ຄ້າຍຄືກັນ, ສະນັ້ນ ການແລກປ່ຽນ ແລະຮ່ວມມືກັນລະຫວ່າງສອງປະເທດ ໃນດ້ານການຊຸກຍູ້ການສ້າງສາຍພົວພັນສາກົນແບບໃໝ່ແລະການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນນັ້ນແມ່ນຢູ່ໃນລະດັບແຖວໜ້າຂອງໂລກ ແລະ ເປັນແບບຢ່າງທີ່ດີໃຫ້ກັບໂລກ.

ລາວ-ຈີນຮ່ວມກັນຈັດກອງປະຊຸມສຳມະນາກ່ຽວກັບແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ທີ່ມີຄວາມໝາຍຕໍ່ໂລກ_fororder_微信图片_20210826091750

ຜູ້ຕາງໜ້າຂອງສອງຝ່າຍຕ່າງກໍ່ໄດ້ປະກອບຄຳເຫັນແລະມີການແລກປ່ຽນຄວາມຄິດເຫັນກັນຢ່າງເລິກເຊິ່ງກ່ຽວກັບບັນຫາຕ່າງໆເຊັ່ນ:ເນື້ອໃນຈິດໃຈຂອງຄຳປາໄສທີ່ສຳຄັນຂອງສະ ຫາຍສີຈິ້ນຜິງທີ່ກ່າວໃນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ການເສີມຂະຫຍາຍ ຄ່ານິຍົມຮ່ວມກັນຂອງມວນມະນຸດ, ການສ້າງປະຊາຄົມຮ່ວມຊາຕາກຳກັບປະເທດບ້ານໃກ້ ເຮືອນຄຽງຈົນຮອດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຄູ່ຮ່ວມຊາຕາກຳ ລາວ-ຈີນ,ຈີນ-ລາວ; ການຮ່ວມມືດ້ານສື່ ມວນຊົນຂອງສອງປະເທດ. ເຊິ່ງບັນດາຜູ້ຕາງໜ້າສອງ ຝ່າຍເຫັນວ່າ:ຈີນປະສົບຜົນສຳເລັດໃນການສ້າງຄວາມຈະເລີນຮຸ່ງເຮືອງກໍ່ຍ້ອນຢູ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ,ເຊິ່ງໄດ້ນຳເອົາໂອກາດແຫ່ງການພັດທະນາທີ່ສຳຄັນມາໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງກັບຈີນເຊັ່ນ: ປະເທດລາວເປັນຕົ້ນ. ວົງການຕ່າງໆຂອງສອງປະເທດ ລາວ-ຈີນຄວນເພີ່ມທະວີການແລກປ່ຽນຄວາມຄິດເຫັນແລະຮ່ວມມືກັນ, ຮ່ວມກັນລົງເລິກ ຄົ້ນຄວ້າແນວຄິດສີຈິ້ນຜິງວ່າດ້ວຍວຽກງານການຕ່າງປະເທດ ຈາກດ້ານທິດສະດີແລະ ພຶດຕິກຳຕົວຈິງ,ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ ກວ່້າເກົ່າ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ຄຳ​ເຫັນ

0