蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ລາວ​ເປີດ​ການ​ສົ່ງ​ສິນ​ຄ້າ​​ທາງ​ລົດຂ້າມ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ສຳ​ເລັດ​ຜົນ

2021-08-26 15:32:25 CRI

ວັນ​ທີ 25 ສິງ​ຫາ​ນີ້, ພິ​ທີ​​ເປີດ​ການ​ຂົນ​ສົ່ງ​ສິນ​ຄ້າທາງ​ລົດ​ຂ້າມ​ຊາຍ​ແດນ​ຈີນ-ລາວ (ຄຸນ​ມິງ-ວຽງ​ຈັນ) ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອ​ນ​ຄຸນ​ມິງຢ່າງ​ສຳ​ເລັດ​ຜົນ.

ລົດ​ຄັນ​ໜຶ່ງ​ໄດ້​ບັນ​ທຸກສິນ​ຄ້າ​ທີ່​ແມ່ນ​ເຄື່ອງ​ຈັກ​ອຸ​ປະ​ກອນ ແລະ ຜະ​ລິດ​ຕະ​ພັນ​​ເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາຍ​ແດນ​ທີ່​ມີ​ມູນ​ຄ່າ​ເກືອບ 3 ລ້ານຢວນ, ແລ່ນ​ອອກ​ຈາກ​ນະ​ຄອນ​ຄຸ​ນ​ມິງ, ​ຜ່ານ​ດ່ານ​ບໍ່​ຫານ-ບໍ່​ເຕັນ​ແລ້ວ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ; ໃນ​ຂະ​ນະ​ດຽວ​ກັນ, ລົດ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ໄດ້​ບັນ​ທຸກ​ສິນ​ຄ້າ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ເທດ​ລາວ​ໄດ້​​ແລ່ນ​ຈາກ​ນະ​ຄອນ​ຫຼວງວຽງ​ຈັນ​ໄປ​ເຖິງ​ດ່ານ​ບໍ່​ຫານ, ເມື່ອ​ໄປ​ເຖິງ​ນະ​ຄອນ​ຄຸນ​ມິງ​ແລ້ວ​ຈະ​ແຈກ​ຢາຍ​​ສິນ​ຄ້າ​ໄປ​ຫາ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ.

ການ​ເປີດ​​ການ​ຂົນ​ສົ່ງ​​ສິນ​ຄ້າ​ທາງ​ລົດຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ຊອກ​ຫາ​ຂໍ້​ຫຍຸ້ງ​ຍາກ​ບົກ​ຜ່ອງ​ທີ່​ອາດ​​ພົບ​ເຫັນ​ຢູ່​ຕາມ​ຊ່ອງ​ທາງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ລະ​ຫວ່າງ​ນະ​ຄອນ​ຄຸນ​ມິງ-ນະ​ຄອນຫຼວງວຽງ​ຈັນ, ເພື່ອເກັບ​ກຳ​ຂໍ້​ຫຍຸ້ງ​ຍາກ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ເພື່ອ​​ເປີດ​​ຂະ​ບວນ​ລົດ​ຂົນ​ສົ່ງ​ສາ​ກົນ​ຈີນ-ລາວ, ​ເປັນ​ການ​ທົດ​ລອງ​ຂັ້ນ​ຕອນ, ຕົ້ນ​ທຶນ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ສຳ​ລັບ​ການ​ຄ້າ ແລະ ການ​ຈໍ​ລະ​ຈອນ, ພ້ອມ​ທັງ​ສ້າງ​ພື້ນ​ຖານ​ທີ່​ດີໃຫ້​ແກ່​ການ​ເປີດ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ ແລະ ການ​ຄ້າ​ສາ​ກົນ ພາຍຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ນຳ​ໃຊ້​​ໃນ​ທ້າຍ​ປີ​ນີ້.

ຄຳ​ເຫັນ

0