蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ກຳ​ປູ​ເຈຍຈະ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຜູ້​ຊ່ຽວ​ຊານເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ເພື່ອ​ມະ​ນຸດ​ສະ​ທຳ​

2021-08-27 10:59:34 CRI

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 26 ສິງ​ຫາ​ນີ້, ທ່ານ​ຖານ​ເຄີ້​ເຟີຍ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: ​ກອງ​ປະ​ຊຸມຄັ້ງ​ທີ 10 ຂອງ​ຜູ້​ຊ່ຽວ​ຊານ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ເພື່ອ​ມະ​ນຸດ​ສະ​ທຳ​ໃນ​ລະ​ຫວ່າງ​ການ​ຈັດ​ກອງ​ປະ​ຊຸມ​ເປີດກວ້າງ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ເຊິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ສະ​ວະ​ກຳ​ກອງ​ທັບ​ບົກ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໃນ​ວັນ​ທີ 14 ກັນ​ຍາ​ໜ້າ​ນີ້​ໂດຍ​ຜ່ານ​ທາງວິ​ດີ​ໂອ ເຊິ່ງ​ແມ່ນ​ຈີນ​ແລະ​ກຳ​ປູ​ເຈຍ​ເປັນ​ເຈົ້າ​ພາບ​​ຈັດກອງ​ປະ​ຊຸມ​ຮ່ວມ ໂດຍ​ມີຜູ້​ຕາງ​ໜ້າ​ຂອງ 18 ປະ​ເທດ​ສະ​ມາ​ຊິກກອງ​ປະ​ຊຸມ​ເປີດກວ້າງ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ, ກອງ​ເລ​ຂາ​ອາ​ຊຽນ, ສູນ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ​ພາກ​ພື້ນ​ອາ​ຊຽນ ແລະ ສະ​ພາ​ກາ​ແດງ​ສາ​ກົນ​ຈະ​ເຂົ້າ​ຮ່ວມ.

ທ່ານ​ຖານ​ເຄີ້​ເຟີຍ​ກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ສຳ​ມະ​ນາ​ກ່ຽວ​ກັບ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃນ​ການ​ຮ່ວມ​ມື​ເພື່ອ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ, ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ສາ​ກົນຫຼາຍ​ຝ່າຍ​ກວ່າ​ເກົ່າໃນ​​ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ ແລະ ມີ​ຂອບ​ເຂດກວ້າງກວ່າ​ເກົ່າ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

ຄຳ​ເຫັນ

0