尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊາ​ການ​ຟີ​ລິບ​ປິນ​ກ່າວ​ວ່າ: ຈີນ​ເອົາ​ຊະ​ນະ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ເປັນ​ການຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ

2021-08-27 16:34:48 cri

      ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ວີນ​ສັນ ລີ ຟໍ​ລາ​ຣ​ສ ນັກ​ຂຽນ​ຄໍ​ລຳ​ສະ​ເພາະ​ຂອງ​ໜັງ​ສື​ພິມ​ເດີ​ສ​ຕາຟີ​ລິບ​ປິນ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ໃນຂະ​ບວນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ຈີນ​ໄດ້​ປະ​ສານ​ສົມ​ທົບການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ທັງ​ໄດ້​ເອົາ​ໃຈ​ໃສ່​​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ຕົນ​ແລະ​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ,ນີ້​ໄດ້ເປັນ​ແບບ​ຢ່າງ​ໃຫ້​ກັບ​ໂລກ​ໃນ​ຄວາມ​ສາ​ມາດ​ຫຼຸດພົ້ນ​ອອກ​ຈາກ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.
 

      ທ່ານ ​ວີນ​ສັນ ລີ ຟໍ​ລາ​ຣ​ສ ເຫັນ​ວ່າ: ຈີນ​ມີ​ປະ​ຊາກອນ​ຫຼາຍ​ແລະ​ມີ​ສະ​ພາບ​ແຫ່ງ​ຊາດ​ທີ່​ສັບ​ສົນ,ແຕ່​ໄດ​ຍຶດ​ໝັ້ນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຢ່າງ​ມີ​ວິ​ທະ​ຍາ​ສາດ​ແລະ​ໄດ້​ໃຊ້​ນະ​ໂຍ​ບາຍ​ຢ່າງ​ຖືກ​ຕ້ອງ​ແລະ​ແມ່ນ​ຢຳ,ບໍ່​ພຽງ​ແຕ່​​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ, ຍັງ​ໄດ້​ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ​ແລະ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນບໍ່​ໃຫ້​ໄດ້​ຮັບ​ຜົນ​ກະ​ທົບ.
 

      ທ່ານ ​ວີນ​ສັນ ລີ ຟໍ​ລາ​ຣ​ສ ເຫັນ​ວ່າ: ມາດ​ຕະ​ການ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ, ຈີນ​ໄດ້ເລືອກ​ວິ​ທີ​ການ​ທີ່​ຖືກ​ຕ້ອງ​ຢ່າງ​ຊັດ​ເຈນ, ເສດ​ຖະ​ກິດ​ຈີນ​​ສາ​ມາດ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​​ເປັນ​ການ​ສະ​ໜັບ​ສະ​ໜູນ​ແລະເປັນ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ກັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​.

ຄຳ​ເຫັນ

0