李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ​​ຈະເປັນປະ​ເທດ​ກິ​ດ​ຕິ​ມະ​ສັກ​ຂອງ​ງານ​​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18

2021-08-28 14:35:14 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ໜິງ​ເຂດກວາງ​ຊີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 13 ກັນ​ຍາ​ໜ້າ​ນີ້, ​ໂດຍ​ມີ​ປະ​ເທດລາວ​ເປັນ​ປະ​ເທດກິດ​ຕິ​ມະ​ສັກ ເຊິ່ງ​ເປັນ​​ເທື່ອ​ທີ 3 ແລ້ວ. ຜູ້​ນຳ​ລາວ​ຈະ​ກ່າວ​ຄຳ​ປາ​ໄສ​ທາງວິ​ດິ​ໂອ​ໃນ​ພິ​ທີເປີດ​ງານ, ແລະ​ຈະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສຳ​ຄັນ​ຕ່າງໆ​ໂດຍ​ຜ່ານ​ທາງວິ​ດິ​ໂອ.

ທ່ານ​ລຽງ​ຢີ້​ກວ່າງ, ຮອງ​​ຫົວ​ໜ້າ​ກອງ​ເລ​ຂາງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ແນະ​ນຳ​​ໃຫ້​ຮູ້ວ່າ, ລາວ​ໄດ້​ເປັນ​ປະ​ເທດ​ກິ​ດ​ຕິ​ມະ​ສັກ​ໃນ​ປີ 2009 ແລະ​ປີ 2020, ປີ​ນີ້ ​ແມ່ນ​ເທື່ອ​ທີ 3 ແລ້ວ​ທີ່ປະ​ເທດ​ລາວ​ໄດ້​ເປັນ​ປະ​ເທດ​ກິ​ຕິ​ມະ​ສັກ. ທ່ານ​ລຽງ​ຢີ້ກວ່າງ​ຍັງ​ກ່າວ​​ຕື່ມວ່າ, ​ຫຼາຍປີ​ມໍ່ໆ​ມາ​ນີ້, ວິ​ສາ​ຫະ​ກິດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ໄດ້​ໄປ​ລົງ​ທຶນ​ຢູ່​ລາວ​ໃນຂົງ​ເຂດຕ່າງໆ ເຊັ່ນ: ບໍ່​ແຮ່, ພະ​ລັງ​ງານ​ໄຟ​ຟ້າ, ກະ​ສິ​ກຳ, ຂະ​ແໜງ​ການ​ບໍ​ລິ​ການ​ແລະ​ອື່ນໆ, ອະ​ນາ​ຄົດ​ຂອງການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ສົດ​ໃສ.

ປັດ​ຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ແລະ​​ເປັນປະ​ເທດ​ລົງ​ທຶນ​ໂດຍ​ກົງ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ລາວ, ​ເສັ້ນ​ທາງລົດ​ໄຟ​ຈີນ-ລາວ​ຈະ​ສ້າງ​ສຳ​ເລັດ​ແລະ​​ເລີ່ມ​ເປີດ​ບໍ​ລິ​ການ​ໃນ​ເດືອນ​ທັນ​ວາ​ປີ​ນີ້, ​ເຊິ່ງຈະ​ອຳ​ນວຍ​ໂອ​ກາດ​ທີ່​ສຳ​ຄັນ​ແລະ​ພື້ນ​ທີ່​ອັນກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າແລະ​ຂົງ​ເຂດ​ອື່ນໆ​ລະ​ຫວ່າງ​ຈີນ-ລາວ.

ຄຳ​ເຫັນ

0