蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ, ລາວ, ມຽນ​ມາ ແລະ ​ຫວຽດ​ນາມຮ່ວມ​ກັນ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​

2021-08-29 15:52:02 CRI

​ພິ​ທີ​ເປີດຊຸດ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນລະ​ຫວ່າງ​ຈີນ, ລາວ, ມ​ຽນ​ມາ ແລະ ຫວຽດ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸ​ນ​ນານ​ຈີນ​ໃນ​ວັນ​ທີ 26 ສິງ​ຫາ​ນີ້ ໂດຍ​ມີ​ຈຸດ​ປະ​ສົງ​ຝຶກ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້າ​ນ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​ຂອງ 4 ປະ​ເທດ​ດັ່ງ​ກ່າວ.

ປີ 2020, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ການ​ບໍ​ລິ​ໂພກ​ທົ່ວ​ໂລກ​ໄດ້​ຈາກ​ທາງ​ອັອ​ຟ​ລາຍ​ຫັນ​ມາ​ທາງ​ອອນ​ລາຍ​ຢ່າງວ່ອງ​ໄວ. ຕາມ​ຄາດ​ຄະ​ເນວ່າ: ​ເມື່ອ​ຮອດ​ປີ 2023, ຍອດ​ມູນ​ຄ່າ​ການ​ຂາຍ​ຍ່ອຍ​ທາງ​ອິນ​ເຕີ​ເນັດ​ໃນ​ຂອບ​ເຂດ​ທົ່ວ​ໂລກຈະ​ມີ​ເຖິງ 6.500 ຕື້​ໂດ​ລາ​ສ​ະ​ຫະ​ລັດ, ຕະຫຼາດ​ການ​ບໍ​ລິ​ໂພກ​ເອ​ເລັກ​ໂຕ​ນິກ​ອັນ​ໃຫຍ່ຫຼວງ ຈະ​ສ້າງ​ໂອ​ກາດ​ທີ່​ດີ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ, ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​ຈະ​ກາຍ​ເປັນ​ຊ່ອງ​ທາງ​ການ​ບໍ​ລິ​ໂພກ​ຕົ້ນ​ຕໍ ແລະ ​ກຳ​ລັງ​ຂັບ​ເຄື່ອນ​ທີ່​ສຳ​ຄັນສຳ​ລັບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ.

ຕາມ​ຂ່າວ​ແຈ້ງວ່າ: ຊຸດ​ຝຶກ​ອົບ​ຮົມ​ຄັ້ງ​ນີ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸມ​ນິງ, ແລະ ຕ່າງ​ຈັດ​ໃຫ້​ມີ​ສະ​ຖານ​ທີ່​ຝຶກ​ອົບ​ຮົມ​ຢູ່​ລາວ, ມຽນ​ມາ ແລະ ຫວຽດ​ນາມ​ພ້ອມ​ກັນ ໂດຍ​​ມີ 600 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມຜ່ານ​ທາງ​ອອນ​ລາຍ. ເນື້ອ​ໃນ​ຝຶກ​ອົບ​ຮົມ​ລວມ​ທັງ​ການ​ພັດ​ທ​ະ​ນາ​ແລະ​ນະ​ໂຍ​ບາຍ​ດ້ານ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​ຂອງ​ຈີນ, ການ​ພັດ​ທະ​ນາ​​ເວ​ທີການ​ຄ້າ​ເອກ​ເລັກ​ໂຕ​ນິກ​ຕົ້ນ​ຕໍ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ການ​ສ້າງ​ສາງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ດ້ານ​ການ​ຄ້າ​ເອ​ກ​ເລັກ​ໂຕ​ນິກ​ຂ້າມ​ຊາຍ​ແດນ​ຈີນ, ລາວ, ມຽນ​ມາ ແລະ ຫວຽດ​ນາມ ແລະ ອື່ນໆ.

ຄຳ​ເຫັນ

0