尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 108 ຢ່າງ​ຈົບ​ງາມ

2021-08-29 16:55:54 cri

      ຕາມ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ໜານຈີນ​ແຈ້ງ​ໃຫ້​ຮູ້​ວ່າ: ເວ​ລາ 12 ໂມງ 30 ນາ​ທີ​ຂອງວັນ​ທີ 27 ສິງ​ຫາ​ນີ້, ກຳ​ປັ່ນ​ລາດ​ຕະ​ເວນ​ຂອງ​ຈີນ 3 ລຳ​ທີ່​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຢູ່​ຕາມ​ລ້ອງ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ຄັ້ງ​ທີ 108 ​ໄດ້​ເດີນ​ເຮືອ​ກັບ​ຄືນ​ປະ​ເທດ​ແລະ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​ກ່ວນ​ເຫຼີຍຂອ​ງ​ຈີນ​ຢ່າງ​ສະ​ດວກ,ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​​ປະ​ຕິ​ບັດ​ກົດ​ໝາຍ​ແລະລາດ​ຕະ​ເວນ​ຮ່ວມ​ຄັ້ງ​ນີ້​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ.
 

       ຕາມຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​​ກອງ​ລາດ​ຕະ​ເວນ​ເທິງ​ນ້ຳ​ຂອງ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ໜານ​ແຈ້ງໃຫ້​ຮູ້​ວ່າ: ຫຼັງ​ຈາກ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ແລ້ວ, 4 ປະ​ເທດ​ຍັງ​ຈະ​ສື​ບ​ຕໍ່​ສົ່ງ​​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄປ​ເຂດ​ນ້ຳ​ຂີດ​ແບ່ງ​ຊາຍ​ແດນ​ກໍ​ຄື​ເຂດ​ນ້ຳ​ທີ່​ສຳ​ຄັນ​​ເພື່ອເພີ່ມ​ກຳ​ລັງ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢູ່​ເຂດ​ດັ່ງ​ກ່າວ​ຕື່ມ​ອີກໂດຍ​ຜ່ານ​ການກວດ​ກາ​ໄລ່​ຈັບ​ທາງ​ບົກ​ແລະ​ທາງ​ນ້ຳ​ທີ່​ເປີດ​ເຜີຍ​ແລະ​ການ​ແບ່ງ​ຕອນ​ລາດ​ຕະ​ເວນ. ​ໃນ​ຂະ​ນະ​ດຽວ​ກັນ, 4 ປະ​ເທດ​ດັ່ງ​ກ່າວ​ຍັງ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວສະ​ເພາະ​ກິດເພື່ອ​ໂຈມ​ຕີ​ການ​ກະ​ທຳ​ກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ແມ່​ນ້ຳ​ຂອງ​ເປັນ​ເວ​ລາ 3 ເດືອນ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ 4 ຝ່າຍ​​ໂດຍ​ປິ່ນ​ອ້ອມ​ການໂຈມ​ຕີ​​ການ​ລັກ​ລອບຂ້າມ​ຊາຍ​ແດນ​ທາງ​ນ້ຳ​ຢ່າງ​ຜິດ​ກົດ​ໝາຍ,ການ​ຄ້າ​ຢາ​ເສບ​ຕິດ​ແລະ​ການກໍ່​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ແລະ​ໂທ​ລະ​ຄົມ​.

ຄຳ​ເຫັນ

0