何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານອວຍ​ພອນ​ເຖິງ​ສົມ​ເດັດ​ລາ​ຊາ​ທິ​ບໍ​ດີ​ຂອງ​ມາ​​ເລ​ເຊຍ​ເນື່ອງ​ໃນ​ໂອ​ກ​າດ​ວັນ​ຊາດຄົບ​ຮອບ 64 ປີ

2021-08-31 16:16:06 CRI

ວັນ​ທີ 31 ສິງ​ຫາ​ນີ້, ທ່ານ​ສີ​ຈິ້​ນຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​​ເຖິງ​ສົມ​ເດັດ​ລາ​ຊາ​ທິ​ບໍ​ດີອັບ​ດຸນ​ລາ ປະ​ມຸກ​ລັກ​ສູງ​ສຸດ​ຂອງ​ມາ​ເລ​ເຊຍ, ​ເພື່ອ​ອວຍ​ພອນ​ເນື່ອງ​ໃຈ​ໂອ​ກາດ​ວັນ​ຊາດ​ມາ​ເລ​ເຊຍ​ຄົບ​ຮອບ 64 ປີ.

 

ໃນ​ສານອ​ວຍ​ພອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ນັບ​ແຕ່​​ປະ​ເທດ​ມາ​ເລ​ເຊຍ​ໄດ້​ຮັບ​ເອ​ກະ​ລາດ​ເປັນ​ເວ​ລາ​ 64 ປີ​ມາ​ນີ້, ​ມາ​ເລ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ສ້າງ​ສາ​ປະ​ເທດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ, ປະ​ເທດ​ມາ​ເລ​ເຊຍໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ໃນ​ວຽກ​ງານ​ສາ​ກົນ ແລະ​ພາກ​ພື້ນ. ຈີນ ແລະ ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຮ່ວມ​ກັນ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ, ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສ​ະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ຈີນ-ມ​ຍາ​ເລ​ເຊຍ, ຍິນ​ດີ​ຮ່ວມ​ກັບ​ສົມ​ເດັດ​ລາ​ຊາ​ທິ​ບໍ​ດີ​ອັບ​ດຸນ​ລາ​ສຸມ​ຄວາມ​ພະ​ຍາ​ຍາມ, ລົ​ງ​ເລິ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ລະ​ຫວ່າງ​ສອງ​ປະ​ເທດ, ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​” ດ້ວຍ​ຄຸນ​ນະ​ພາບ​ສູງ, ​ຊີ້​​ນຳ​ນຳ​ພາ​ການ​ພົວ​ພັນ​ຄູ່​ຮ່ວ​ມ​​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ ແລະ​ມາ​ເລ​ເຊຍ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ, ນຳ​ເອົາ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​​ມາໃຫ້​​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0