刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈະແກ່​ຍາວ​ວັນ​ພັກເທື່ອ​ທີ 6 ເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19

2021-08-31 14:29:19 cri

 

ຕອນ​ຄ່ຳ​ວັນ​ທີ 30 ສິງ​ຫາ​ນີ້, ລັດ​ຖະ​ບານ​ຮັກ​ສາ​ການ​ມຽນ​ມາໄດ້ປະ​ກາດ​ວ່າ: ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3, ຈະ​ແກ່​ຍາວ​ວັນພັກສາ​ທາ​ລະ​ນະ​ເປັນ​ເທື່ອ​ທີ 6 ໄປ​ຈົນ​​ເຖິງວັນ​ທີ 10 ກັນ​ຍາ​ໜ້າ​ນີ້. ເວ​ລາ​ພັກ​ຮຽນ​ຂອງໂຮງ​ຮຽນ​ຕ່າງໆ​ກໍ​ຈະ​ແກ່​ຍາວ​ໄປ​ຈົນເຖິງວັນ​ທີ 10 ກັນ​ຍາ​ໜ້າ​ນີ້ເຊັ່ນ​ກັນ ເຊິ່ງວັນ​ພັກ​ດັ່ງ​ກ່າວ​ໄດ້​​ແກ່​ຍາວຈາກ 9 ວັນ​ໃນ​ເປື້ອງ​ຕົ້ນ​​ເປັນ 56 ວັນ​ແລ້ວ.

ກ່ອນ​ໜ້າ​ນີ້, ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຮອບ​ທີ 3, ມຽນ​ມາ​ໄດ້​ກຳ​ນົດ​ເອົາວັນ​ທີ 17 ​ຫາ​ວັນ​ທີ 25 ກໍ​ລະ​ກົດ​ໃຫ້​ເປັນ​ວັນ​ພັ​ກ​ສາ​ທາ​ລະ​ນະ, ແຕ່ຫຼັງ​ຈາກ​ນັ້ນ ຍ້ອນ​ສະ​ພາບ​ພະ​ຍາດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​​ຢ່າງ​ຕໍ່​ເນື່ອງ, ຈິ່ງ​ແກ່​ຍາວ​ວັນ​ພັກ​ເທື່ອ​ທີ 6 ເທື່ອ, ​ມາ​ຮອດປັດ​ຈຸ​ບັນ​ນີ້, ວັນ​ພັກ​ນີ້​ລວມ​ມີ​ທັງ​ໝົດ 56 ວັນ​ແລ້ວ.

ຄຳ​ເຫັນ

0