何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-09-03 10:11:37 CRI

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19_fororder_0902老挝声明_副本

     ວັນ​ທີ 2 ກັນ​ຍາ​ນີ້, ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ເລື່ອງ​ທີ່​ພາກ​ສ່ວນ​ຂ່າວ​​ລັບ​ອາ​ເມ​ຣິ​ກາ​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ -19 ໂດຍ​ກ່າວ​ວ່າ, ປະ​ເທດ​ລາວ​ໄດ້​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ຕໍ່​ຄວາມ​ຄືບ​ໜ້າ​ຂອງປະ​ຊາ​ຄົມ​ໂລກ​ໃນ​ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ແລະ​ມີ​ຈຸດ​ຢືນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ: ການ ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ແມ່ນ​ພຶດ​ຕິ​ກຳ​ທາງ​ວິ​ທະ​ຍາ​ສາດ​ທີ່​ສຳ​ຄັນ ແລະ ​ສະຫຼັບສັບ​​ຊ້ອນ, ຕ້ອງ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ບັນ​ດາ​ປະ​ເທດ​ຮ່ວມ​ມື​ກັນ​ເພື່ອ​ປະ​ຕິ​ບັດ​ງານ​ຕາມຫຼັກ​ການ​ທີ່ໂປ່ງ​ໃສ ແລະ​ກວມ​ລວມ, ທັງ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຢ່າງກວ້າງ​ຂວາງ​ຢູ່ຫຼາຍ​ສະ​ຖານ​ທີ່​ຂອງ​ໂລກ. ການ​ຫັນ​ວຽກ​ງານ ​ການສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ເປັນ​ບັນ​ຫາ​ການ​ເມືອງ, ປ່ອຍ​ໃຫ້​ອົງ​ການ​ທີ່​ບໍ່​ແມ່ນ​ວິ​ທະ​ຍາສາດ ແລະ ອົງ​ການ​ທີ່​ບໍ່​ແມ່ນ​ມື​ອາ​ຊີບ​ດຳ​ເນີນ​ວຽກ​ງານ​ນີ້, ຈະເຮັດ​ໃຫ້​ການ​ຮ່ວມ​ມືສາ​ກົນ​ໃນການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ -19 ​ດຳ​ເນີນ​ໄປ​ສູ່​ທາງ​ທິດ​ທີ່​ຜິດ​ພາດ, ແລະ​ຈະ​ໄດ້​ຮັບຜົນ​​ໃນ​ທາງ​ກົງ​ກັນ​ຂ້າມ. ຝ່າຍ​ລາວ​ເຊື່ອ​ໝັ້ນ​ວ່າ, ມີ​ແຕ່​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຍຶດ​ໝັ້ນ​ຈິດ​ໃຈ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຢ່າງ​ເຕັມ​ສ່ວນ, ປະ​ເທດ​ຕ່າງໆ​ຈຶ່ງ​ຈະ​ສາ​ມາດ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ໄດ້.

ຄຳ​ເຫັນ

0