覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊາ​ກາ​ນ​ສິງ​ກະ​ໂປ​ເຫັນ​ວ່າ ​​ພຶດ​ຕິ​ກຳ​ຂອງ​ຈີນ​ໃນການ​ຕ້ານ​ພະ​ຍາດ​ໂຄວິດ-19​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ທົ່ວ​ໂລກເພື່ອ​ຮັບ​ມື​ກັບ​ວິ​ກິດ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ

2021-09-04 14:20:40 cri

​ຫວ່າງ​ກ່ອນ​ນີ້ບໍ່​ດົນ, ທ່ານ​ກູ້​ຊິງ​ຢາງ ຮອງ​ສາ​ສະ​ດາ​ຈານ​ຂອງວິ​ທະ​ຍາ​ໄລ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະລີ​ກວນ​ຢິວມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ: ຈີນ​ໄດ້​ກຳ​ກັບ​ກົດ​ເກນ​ການ​ພັດ​ທະ​ນາ​ຂອງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກ​ສະ​ນະ​ລ້ຳ​ໜ້າ​ໃນ​ດ້ານ​ຍຸດ​ທະ​ສາດ​ແລະ​ຄວາມ​ສາ​ມາດ​ອັນ​ເຂັ້ມ​ແຂງ​ໃນ​ການປຸກ​ລະ​ດົມ​ປະ​ຊາ​ຊົນ ເຊິ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ພະ​ຍາດ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ພຽງ​ແຕ່​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃຫ້​ດີ​ເທົ່າ​ນັ້ນ, ຈິ່ງ​ຈະ​ສາ​ມາດ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ “ການ​ຊ່ວຍ​ຊີ​ວິດ​ຄົນ​ເຈັບ”​ກັບ”ການ​ກູ້​​​ຕະຫຼາດ”, ນີ້​ໄດ້​ສະ​ໜອງ​ບົດ​ຮຽນ​ທີ່​ດີ​ໃຫ້​ແກ່​ທົ່ວ​ໂລກ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ສາ​ທາ​ລະ​ນະ​ສຸກ ແລະ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັນ.
 

ເມື່ອ​ທຽບ​ໃສ່​ປະ​ເທດ​ຈີນ​ແລ້ວ, ບາງ​ປະ​ເທດ​ຕາ​ເວັນ​ຕົກ​ບໍ່​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​ໃນ​ການ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ນີ້​ອາດ​ຈະ​ພາ​ໃຫ້​ເກີດ​ການ​ແຜ່​ລະ​ບາດ​ຮອບ​ໃໝ່​ແລະ​ແຜ່​ລະ​ບາດ​ໃນ​ໄລ​ຍະ​ຍາວ, ຈົນ​ກາຍ​ເປັນ​ອຸ​ປະ​ສັກ​ຂີດ​ຂວາງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ.
 

 ທ່​ານ​ກູ້​ຊິງ​ຢາງ​ກ່າວ​ຕື່ມ​ວ່າ: ເຖິງ​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ແຕ່​ຈີນ​ຍັງ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ການ​ປະ​ຕິ​ຮູບ​ພາຍ​ໃນ​ປະ​ເທດ, ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ແລະ​ງານ​ວາງ​ສະ​ແດງ​ລະ​ດັບ​ສາ​ກົນຫຼາຍ​ຄັ້ງ ເພື່ອ​ຮ່ວມ​ກັບບັນ​ດາ​ປະ​ເທດ​ໃນໂລກ​ຊົມ​ໃຊ້​ໂອ​ກາດ​ຕະຫຼາດ​ນຳ​ກັນ. ທ່ານ​ເຫັ​ນ​ວ່າ: ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ່າງໆ​ຂອງ​ຈີນໃນ​ການ​ເປີດກວ້າງ​ການ​ເປີດ​ຕູ​ສູ່​ພາຍນອກ​ ໄດ້ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ກຳ​ລັງ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ດ້ານ​ຈໍ​ລະ​ຈອນ​ຂອງ​ສິ​ນ​ຄ້າ​ແລະ​ປັດ​ໄຈ​ສຳ​ຄັນ​ຕ່າງໆ ໃຫ້​ຫັນ​ປ່ຽນ​ໄປ​ສູ່​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ດ້ານ​ລະ​ບຽບ​ການ ເຊິ່ງ​ໄດ້​ອຳ​ນວຍ​ກາ​ລະ​ໂອ​ກາດ​ອັນ​ສຳ​ຄັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ໂລ​ກ​ຮ່ວມ​ກັນ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ.

ຄຳ​ເຫັນ

0