刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສະ​ໜອງວັກ​ຊີນ 990 ລ້ານຫຼອດ​ໃຫ້​ກັບ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ

2021-09-04 14:45:42 cri

 

ວັນ​ທີ 3 ກັນ​ຍາ​ນີ້, ໃນ​ພິ​ທີ​ມອບ-​ຮັບວັກ​ຊີນແລະ​ວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ຮອບ​ໃ​ໝ່​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​ມຽນ​ມາ, ທ່ານ​ເຕີ້ງ​ໂປ່​ຊິ່ງ ຮອງ​ຫົວ​ໜ້າ​ອົງ​ການ​ພັດ​ທະ​ນາ​ແລະ​ຮ່ວມ​ມື​ສາ​ກົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ຈີນ​ໄດ້​ຫຼື​ພວມຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ໃຫ້​ກັບ 105 ປະ​ເທດ ແລະ 4ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໃ​ດ້ສົ່ງ​​ອອກວັກ​ຊີນ​ໄປ​​ໃຫ້ 60 ກວ່າ​ປະ​ເທດ ເຊິ່ງ​ມີ​ຈຳ​ນວນ​ເຖິງ 990 ລ້ານຫຼອດ, ເປັນ​ທີ​ໜຶ່ງ​ໃນ​ໂລກ.

ທ່ານ​ກ່າວ​ວ່າ: ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ​ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈ​ໃນ​ການ​ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນໃນ​ການ​ຕ້ານ​ພະ​ຍາດໂຄວິດ-19, ​ເສີມ​ຂະ​ຫຍາຍແລະ​ລົງ​ເລກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ຢ່າງບໍ່​ຢຸດ​ຢັ້ງ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ລັດ​ຖະ​ບານ​ຈີນ​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນ​ແລະ​ວັ​ດ​​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ຈຳ​ນວນຫຼວງ ຫຼາຍ​ໃຫ້​ກັບ 10 ປະ​ເທດ​ອາ​ຊຽນ ແລະ​ໄດ້​ສົ່ງ​ໜ່ວຍ​ຜູ້ຊ່ຽວ​ຊານ​ແພດ​​ຈີນ​ໄປ​ລາວ, ກຳ​ປູ​ເຈຍ, ຟິ​ລິບ​ປິນ, ມຽນ​ມາ, ມາ​ເລ​ເຊຍ​ແລະ​ອື່ນໆ.

ຄຳ​ເຫັນ

0