郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານການ​ຄ້າການ​ບໍ​ລິ​ການ​ຈີນ-ໄທ​ໃນ​ຂອບ​ສັນ​ຍາ RCEP ຈັດ​ຂຶ້​ນ​ຢູ່​ປັກ​ກິ່ງ

2021-09-04 16:55:24 cri

​ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ຂອງ​ງານ​ຕະ​ຫຼາດ​ນັດການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ2021,ງານ​ສຳ​ມະ​ນາການ​ຮ່ວມ​ມື​ດ້ານ​ການ​ຄ້າການ​ບໍ​ລິ​ການ​ຈີນ-ໄທ​ໃນ​ຂອບ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ ຫຼື RCEP ໄດ້ຈັດ​ຂຶ້​ນ​ຢູ່​​ນະ​ຄອນ​ຫຼວງປັກ​ກິ່ງໃນ​ວັນ​ທີ3ກັນ​ຍານີ້ ໂດຍຮ່ວມກັນ​ເປັນ​ເຈົ້າ​ພາບ​ຂອງ​​ສະ​ພາ​ການ​ຄ້າ​ໄທ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມ​ການ​ຄ້າ​ສາ​ກົນ​ຈີນ.

ຈີນ​ໄດ້​ເປັນ​ຄູ່ການ​ຄ້າ​ໃຫຍ່ອັນ​ດັບ​ໜຶ່ງ​ຂອງ​ໄທ​ເປັນ8ປີ​ລຽນ​ຕິດ​ແລ້ວ,​ຜົນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ທ່ານເບັນ​ຈະ​ມິນ ​ສຸ​ກັນ​ຈະ​ນະ​ທີ ​ອັກ​ຄ​ະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຈີນ​ກ່າວ​ວ່າ: ໄທ​ໄດ້​ຖື​ເອົາ​ຮູບ​ແບບ​ເສດ​ຖະ​ກິດ​ສີ​ຂຽວ​ໝູນ​ວຽນ​ຊີ​ວະ​ພາບ​ເປັນ​ວາ​ລະ​ແຫ່ງ​ຊາດ,ເຊິ່ງ​ໄດ້​ສ້າງ​ຄວາມ​ຕ້ອງ​ການ​ແລະ​ໂອ​ກາດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ໄທ​ໃນ​ດ້ານ​ການ​ຄ້າ​ການ​ບໍ​ລິ​ການ.

ຕາມ​ຄາດ​ຄະ​ເນ​ວ່າ: ຮອດ​ປີ2025, RCEPຈະ​ຊຸກ​ຍູ້​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ​ເພີ່ມ​ຂຶ້ນ10,4%,ມູນ​ຄ່າ​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດເພີ່ມ​ຂຶ້ນ 2,6%, GDPກໍ​ຈະ​ເພີ່ມ​ຂຶ້ນ1,8%.

ຄຳ​ເຫັນ

0