蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທູດ​ພິ​ເສດ​ອາ​ຊຽນ​ກ່ຽວ​ກັບ​ບັນຫາ​ມຽນ​ມາ​ຮຽກ​ຮ້ອງ​ໃຫ້​ມຽນ​ມາ​ຢຸດ​ຍິງ​ຢ່າງ​ຮອບ​ດ້ານ​ເປັນ​ເວ​ລາ 4 ເດືອນ

2021-09-06 14:33:33 CRI

     ວັນ​ທີ 5 ກັນ​ຍານີ້, ຂ່າວ​ສານ​ກຽວ​ໂດ​ຍີ່​ປຸ່ນ​ໄດ້ລາຍ​ງານ​ວ່າ: ທ່ານ​ເອ​ຣິ​ວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດບ​ຣູໄນ ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ໄດ້​ຖືກແຕ່ງ​ຕັ້ງ​ໃຫ້ເປັນ​ທູດ​ພິ​ເສດ​ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ມຽນ​ມາ​ໃນ​ວັນ​ທີ 4 ສິງ​ຫາ​ແລ້ວນີ້, ໃນ​ໄລ​ຍະ 1 ເດືອນ​ທີ່​ຜ່ານ​ມາ, ທ່ານ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຫຼາຍ​ເທື່ອ​ກັບ​ຄະ​ນະກຳ​ມະ​ການ​ບໍ​ລິ​ຫານ​ງານ​ແຫ່ງ​ຊາດ​ແລະ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາຜ່ານ​ທາງ​ອອນ​ລາຍ. ໃນ​ອາ​ທິດ​ຜ່ານ​ມານີ້, ທ່ານ​ໄດ້​ກ່າວ​ວ່າ: ຝ່າຍ​ຕ່າງໆ​ຂອງ​ມຽນ​ມາ​ຄວນ​ຢຸດ​ຍິງ​ຢ່າງ​ແທ້​ຈິງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຊ່ວ​ຍ​ປະ​ຊາ​ຊົນຜູ້​ປະ​ສົບ​ໄພ ແລະ​ຮັບ​ປະ​ກັນ​ຄວາມ​ປອ​ດ​ໄພ​ດ້ານ​ຊີ​ວິດ​ຂອງ​ອາ​ສາ​ສະ​ໝັກທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ຄວນກຳ​ນົດໃຫ້​ມີ​ການຢຸດ​ຍິງເປັນ​ເວ​ລາ 4 ເດືອນ, ຈົນ​ຮອດ​ທ້າຍ​ປີນີ້.

     ທ່ານ​ເອ​ຣິ​ວັນ​ຍັງ​ກ່າວ​ວ່າ: ພາຍ​ຫຼັງຢຸດ​ຍິງ​ແລ້ວ, ໄວ​ທີ່​ສຸດອາ​ຊຽນ​ຈະ​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ມຽນ​ມາ​ໃນ​ກາງ​ເດືອນ​ກັນ​ຍານີ້, ແຜນ​ການໃນ​ໄລ​ຍະ​ຕໍ່ໜ້າ​ຈະຊ່ວຍ​ມຽນ​ມາ​ຈັດ​ຊື້​ວັກ​ຊີນ​ໂຄວິດ-19.

     ຂ່າວ​ສານ​ກຽວ​ໂດຍັງ​ລາຍ​ງານ​ວ່າ: ທ່ານ​ເອ​ຣິ​ວັນ​ຫວັງ​ວ່າ ໄວ​ທີ່​ສຸດ​ຈະ​ສາ​ມາດເດີນ​ທາງ​ຢ້ຽມ​ຢາມ​ມຽນ​ມາໄດ້​ພາຍ​ໃນ​ເດືອນນີ້, ແຕ່​ເວ​ລາຂອງ​ການ​ເດີນ​ທາງ​ທີ່​ລະ​ອຽດ​ຍັງ​ບໍ່​ທັນ​ຕົກ​ລົງ​ເທື່ອ, ປະ​ຈຸ​ບັນ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັບ​ມຽນ​ມາ​ກ່ຽວ​ກັບ​ເນື້ອ​ໃນຕົວ​ຈິງຂອງ​ການ​ຢ້ຽມ​ຢາມ.

ຄຳ​ເຫັນ

0