徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານ​ກະ​ກຽມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 18 ພວມ​ດຳ​ເນີນ​ໄປຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ

2021-09-07 15:00:09 CRI

ຕາມ​ຂ່າວCRI:ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຫຼື​ງານ​ເອັ​ສ​ໂປ​ຈີນ-ອາ​ຊຽນຄັ້ງ​ທີ 18 ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນ​ຍ​າ​ນີ້, ປັດ​ຈຸ​ບັນ​ນີ້, ວຽກ​ງານ​​ກະ​ກຽມ​ໃນ​ດ້ານ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

 

​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ຈະ​ປິ່ນ​ອ້ອມ​ຫົວ​ຂໍ້​ຄື:  “ການ​ຍົກ​ສູງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງດ້ານ​ຍຸດ​ທະ​ສາດ” “ການ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ” “ການ​ຍົກ​ສູງ​ການ​ປະ​ດິດ​ສ້າງ​​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ”“ການ​ຍົກ​ສູງ​ການ​ຮ່ວມ​ມື​ໃນການ​ຕ້ານ​ກັບ​ພະ​ຍາດ” ນອກ​ນີ້​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ຍ່ອຍ​ຕ່າງໆ​ເຊັ່ນ: ກອງ​ປະ​ຊຸມການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ເຕັກ​ນິກວິ​ທະ​ຍາ​ສາດ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ແລະ​ສາ​ທາ​ລະ​ນະ​ສຸກ​ເປັນ​ຕົ້ນ.

 

ງານ​​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ນີ້​ຈະສືບ​ຕໍ່​ສ້າງ​ຕັ້ງ​ເຂດ​ວາງ​ສະ​ແດງ​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ນອກ​ຈາກ​ຈີນ​ແລະ​ອາ​ຊຽນ​ແລ້ວອົງ​ການ​ແລະ​ວິ​ສາ​ຫະ​ກິດ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງແມ່ນ​ມາ​ຈາກ​ປະ​ເທດປາ​ກີ​ສະ​ຖານ, ໂປ​ໂລຍ, ສ​.ເກົາ​ຫຼີ, ຍີ່​ປຸ່ນ, ອົ​ສ​ຕຼາ​ລີ, ນູ​ແວັນ​ເຊ​ລັງ, ຣັດ​ເຊຍ, ຝ​ຣັ່ງ, ແອ​ສປາຍ​ແລະ​ປະ​ເທດ​ອື່ນໆ​ທັງ​ໝົດ 20 ກວ່າ​ປະ​ເທດ.

 

ຄຳ​ເຫັນ

0